logo
#

Latest news with #ໂຄວິດ-19

ສະຫະລັດຂາດດຸນງົບປະມານ ໃນເດືອນຕຸລາຫາເດືອນກຸມພາ ບັນລຸເຖິງ 1.147 ພັນຕື້ໂດລາທີ່ເປັນສະຖິຕິສູງສຸດ
ສະຫະລັດຂາດດຸນງົບປະມານ ໃນເດືອນຕຸລາຫາເດືອນກຸມພາ ບັນລຸເຖິງ 1.147 ພັນຕື້ໂດລາທີ່ເປັນສະຖິຕິສູງສຸດ

Voice of America

time13-03-2025

  • Business
  • Voice of America

ສະຫະລັດຂາດດຸນງົບປະມານ ໃນເດືອນຕຸລາຫາເດືອນກຸມພາ ບັນລຸເຖິງ 1.147 ພັນຕື້ໂດລາທີ່ເປັນສະຖິຕິສູງສຸດ

ການຂາດດຸນງົບປະມານຂອງສະຫະລັດໃນຊ່ວງຫ້າເດືອນທຳອິດຂອງປີງົບປະມານ 2025 ທຳສະຖິຕິສູງທີ່ສຸດເຖິງ 1.147 ພັນຕື້ໂດລາສະຫລັດ ຕາມການກ່າວໂດຍກະຊວງການເງິນ ເມື່ອວັນພຸດຜ່ານມາ ເຊິ່ງລວມເຖິງການຂາດດຸນ 307 ຕື້ໂດລາໃນເດືອນກຸມພາ ທີ່ເປັນນຶ່ງເດືອນເຕັມທຳອິດຂອງປະທານາທິບໍດີ ດໍໂນລ ທຣໍາ ໃນການດຳລົງຕຳແໜ່ງ ຊຶ່ງເພີ້ມຂຶ້ນ 4% ຈາກປີກ່ອນ' ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ. ການຂາດດຸນໃນເດືອນຕຸລາຫາເດືອນກຸມພາ ຊຶ່ງປະກອບດ້ວຍເກືອບ 4 ເດືອນຈົນເຖິງວັນທີ 20 ມັງກອນ ເຊິ່ງຢູ່ພາຍໃຕ້ການນໍາພາຂອງອະດີດປະທານາທິບໍດີ ທ່ານ ໂຈ ໄບເດັນ ທີ່ໄດ້ກາຍສະຖິຕິເກົ່າ 1.047 ພັນຕື້ໂດລາ ໃນລະຫວ່າງເດືອນ ຕຸລາ 2020 ເຖິງເດືອນກຸມພາ 2021 ຊຶ່ງເປັນຊ່ວງທີ່ມີການໃຊ້ຈ່າຍບັນເທົາທຸກຈາກພະຍາດ ໂຄວິດ-19 ທີ່ສູງ ແລະ ລາຍໄດ້ທີ່ຈຳກັດເນື່ອງການລະບາດໃຫຍ່. ກະຊວງການເງິນເປີດເຜີຍວ່າ "ຕົວເລກຂາດດຸນເດືອນກຸມພາເພີ້ມຂຶ້ນ 11 ຕື້ໂດລາ ຈາກເດືອນດຽວກັນຂອງປີ 2024 ເນື່ອງຈາກລາຍຈ່າຍດອກເບ້ຍໜີ້ສາທາລະນະ ປະກັນສັງຄົມ ແລະ ສະຫວັດດີການດ້ານສຸຂະພາບ ສູງກວ່າການເຕີບໂຕຂອງລາຍໄດ້.' ຜົນການສໍາຫຼວດສະແດງໃຫ້ເຫັນວ່າ ຜົນກະທົບພຽງສ່ວນໜ້ອຍຈາກພາສີນໍາເຂົ້າເບື້ອງຕົ້ນຂອງ ທ່ານ ດໍໂນລ ທຣໍາ ທີ່ມີຕໍ່ຄູ່ການຄ້າລາຍໃຫຍ່ ແລະຄວາມພະຍາຍາມຂອງລັດຖະບານໃນການຫຼຸດການໃຊ້ຈ່າຍຂອງລັດຖະບານລົງ ຈົນເຖິງຂະນະນີ້. ລາຍຮັບລວມໃນເດືອນກຸມພາຢູ່ທີ 296 ຕື້ໂດລາສະຫະລັດ ຊຶ່ງເປັນສະຖິຕິສູງສຸດໃນເດືອນນັ້ນ ຕົວເລກດັ່ງກ່າວເພີ້ມຂຶ້ນ 9% ຫຼື 25 ຕື້ໂດລາ ເມື່ອທຽບກັບຊ່ວງດຽວກັນຂອງປີກ່ອນ ແຕ່ລາຍຈ່າຍໃນເດືອນກຸມພາ ຢູ່ທີ່ 603 ຕື້ໂດລາ ຊຶ່ງກໍ່ຍັງເປັນສະຖິຕິສູງສຸດ ໃນເດືອນນັ້ນເຊັ່ນກັນ ແລະ ເພີ້ມຂຶ້ນ 6% ຫຼື 36 ຕື້ໂດລາ ເມື່ອທຽບກັບປີກ່ອນ. ຫຼັງຈາກການປັບປະຕິທິນສຳລັບລາຍຮັບແລະລາຍຈ່າຍແລ້ວ ຕົວເລກການຂາດດຸນທີ່ປັບແລ້ວ ຈະຢູ່ທີ່ 311 ຕື້ໂດລາ ຊຶ່ງເທົ່າກັບສະຖິຕິຂາດດຸນງົບປະມານໃນເດືອນກຸມພາ 2021 ໂດຍເກີດຈາກພະຍາດ ໂຄວິດ-19. ຄະນະກຳມະການເພື່ອຄວາມຮັບຜິດຊອບດ້ານງົບປະມານຂອງລັດຖະບານກາງ ຊຶ່ງເປັນກຸ່ມກວດສອບທາງການເງິນກ່າວວ່າ ການກູ້ຢືມຂອງລັດຖະບານໃນປີງົບປະມານນີ້ ມີມູນຄ່າປະມານ 8 ຕື້ໂດລາຕໍ່ວັນ. ລາຍຮັບໃນປີງົບປະມານປັດຈຸບັນເພີ້ມຂຶ້ນ 2% ຫຼື 37 ຕື້ໂດລາ ຂຶ້ນສູ່ລະດັບສູງສຸດທີ່ 1.893 ພັນຕື້ໂດລາ ແຕ່ລາຍຈ່າຍເພີ້ມຂຶ້ນ 13% ຫຼື 355 ຕື້ໂດລາ ຂຶ້ນສູ່ລະດັບສູງສຸດ 3.039 ພັນຕື້ໂດລາ. ອ່ານຂ່າວເປັນພາສາອັງກິດ he U.S. budget deficit for the first five months of fiscal 2025 hit a record $1.147 trillion, the Treasury Department said on Wednesday, including a $307 billion February deficit for President Donald Trump's first full month in office that was up 4% from a year earlier. The October-February deficit, which included nearly four months until January 20 under former president Joe Biden, topped the previous record $1.047 trillion from October 2020 to February 2021 - a period marked by high COVID-19 relief spending and pandemic-constrained revenues. The Treasury said February's deficit rose $11 billion from the same month in 2024, as outlays for debt interest, Social Security and health care benefits swamped growth in revenues. The results showed little impact from Trump's initial import tariffs on major trading partners and his administration's efforts to slash government spending so far. February receipts totaled $296 billion, a record for that month. That figure was up 9%, or $25 billion, compared with the year-earlier period. But outlays in February totaled $603 billion, also a record for that month, and up 6%, or $36 billion, from a year earlier. After calendar adjustments for both receipts and outlays, the adjusted deficit would have been $311 billion, matching the record February reported budget deficit in 2021, which was driven by COVID-19. The Committee for a Responsible Federal Budget, a fiscal watchdog group, said government borrowings so far this fiscal year work out to about $8 billion a day. "What needs no confirmation is that we are almost halfway through the fiscal year and yet we have done nothing in the way of making progress toward getting our skyrocketing debt under control," the group's president Maya MacGuineas said in a statement. Fiscal year-to-date receipts rose 2%, or $37 billion, to a record $1.893 trillion, but outlays grew 13%, or $355 billion, to a record $3.039 trillion.

ສ​ປ​ຊ ລາຍ​ງານ​ການ​ຄົ້ນ​ພົບ​ສິດ​ທິ​ຂອງ​ແມ່​ຍິງ​ອ່ອນ​ແອ​ລົງ ​ໃນ​ນຶ່ງ​ສ່ວນ​ສີ່​ຂອງ​ທຸກ​ປະ​ເທດ​ທົ່ວ​ໂລກ
ສ​ປ​ຊ ລາຍ​ງານ​ການ​ຄົ້ນ​ພົບ​ສິດ​ທິ​ຂອງ​ແມ່​ຍິງ​ອ່ອນ​ແອ​ລົງ ​ໃນ​ນຶ່ງ​ສ່ວນ​ສີ່​ຂອງ​ທຸກ​ປະ​ເທດ​ທົ່ວ​ໂລກ

Voice of America

time07-03-2025

  • Politics
  • Voice of America

ສ​ປ​ຊ ລາຍ​ງານ​ການ​ຄົ້ນ​ພົບ​ສິດ​ທິ​ຂອງ​ແມ່​ຍິງ​ອ່ອນ​ແອ​ລົງ ​ໃນ​ນຶ່ງ​ສ່ວນ​ສີ່​ຂອງ​ທຸກ​ປະ​ເທດ​ທົ່ວ​ໂລກ

ລາຍ​ງານ​ທີ່​ເຜີຍ​ແຜ່​ໂດຍ​ອົງ​ການແມ່​ຍິງ​ຂອງ​ສະ​ຫະ​ປະ​ຊາ​ຊາດໃນ​ວັນ​ພະ​ຫັດ​ມື້ນີ້​ລະ​ບຸ​ວ່າ ສິດ​ທິ​ຂອງ​ແມ່​ຍິງ​ໄດ້​ຖົດ​ຖອຍ​ລົງ​ເມື່ອ​ປີ​ທີ່​ຜ່ານ​ມາ​ຢູ່​ນຶ່ງ​ໃນ​ສີ່​ຂອງ​ປະ​ເທດ​ຕ່າງໆ​ທົ່ວ​ໂລກ ເນື່ອງ​ຈາກ​ປັດ​ໄຈ​ຕ່າງໆ​ຕັ້ງ​ແຕ່​ການ​ປ່ຽນ​ແປງ​ຂອງ​ສະ​ພາບ​ອາ​ກາດ​ໄປ​ຈົນ​ເຖິງ​ການ​ຖົດ​ຖອຍ​ຂອງ​ປະ​ຊາ​ທິ​ປະ​ໄຕ. ລາຍ​ງານ​ລະ​ບຸ​ວ່າ 'ການ​ອ່ອນ​ແອ​ລົງ​ຂອງ​ສະ​ຖາ​ບັນ​ປະ​ຊາ​ທິ​ປະ​ໄຕ ແມ່ນ​ໄດ້​ໄປ​ພ້ອມໆ​ກັບ​ການ​ຕອບ​ໂຕ້​ຕໍ່​ຄວາມ​ເທົ່າ​ທຽມ​ທາງ​ເພດ' ແລະ ເສີມ​ວ່າ 'ຜູ້​ທີ່​ຕໍ່​ຕ້ານ​ສິດ​ທິ​ມະ​ນຸດແມ່ນ​ກຳ​ລັງ​ທຳ​ລາຍ​ຄວາມ​ເຫັນ​ພ້ອມ​ກັນ ກ່ຽວ​ກັບ ບັນ​ຫາ​ສິດ​ທິ​ຂອງ​ແມ່​ຍິງ​ຕ່າງໆ​ຢ່າງ​ຂະ​ຫຍັນ​ຂັນ​ແຂງ.' ລາຍ​ງານ​ສືບ​ຕໍ່​ກ່າວ ໂດຍ​ອ້າງ​ເຖິງ​ເອ​ກະ​ສານ​ຈາກກອງ​ປະ​ຊຸມ​ໂລກ ກ່ຽວ​ກັບ ແມ່​ຍິງ​ໃນ​ປີ 1995 ວ່າ 'ເກືອບ​ນຶ່ງ​ສ່ວນ​ສີ່​ຂອງ​ປະ​ເທດ​ຕ່າງໆລາຍ​ງານ​ວ່າ ​ການ​ຕອບ​ໂຕ້​ຕໍ່​ຄວາມ​ເທົ່າ​ທຽມ​ທາງ​ເພດ​ກຳ​ລັງ​ຂັດ​ຂວາງ​ການ​ປະ​ຕິ​ບັດ​ການ​ຂອງຖະ​ແຫຼງ​ການປັກ​ກິ່ງ​ເພື່ອ​ການ​ດຳ​ເນີນ​ການ ຫຼື Beijing Platform for Action.' ໃນ​ຊ່ວງ​ເວ​ລາ 30 ປີ​ນັບ​ຕັ້ງ​ແຕ່ກອງ​ປະ​ຊຸມ​ນັ້ນ, ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ ຄວາມ​ກ້າວ​ໜ້າ​ແມ່ນ​ມີ​ທັງ​ດີ ແລະ ບໍ່​ດີ. ໃນ​ສະ​ພາ​ແຫ່ງ​ຊາດ​ທົ່ວ​ໂລກ, ຈຳ​ນວນ​ຜູ້​ແທນ​ແມ່​ຍິງ​ແມ່ນ​ໄດ້​ເພີ່ມ​ຂຶ້ນ​ເປັນ​ສອງ​ເທົ່ານັບ​ຕັ້ງ​ແຕ່​ປີ 1995, ແຕ່​ຜູ້​ຊາຍຍັງ​ປະ​ກອບ​ເປັນ​ປະ​ມານ​ສາມ​ສ່ວນ​ສີ່​ໃນ​ບັນ​ດາ​ສະ​ມາ​ຊິກ​ສ​ະ​ພາ. ຕົວ​ເລກ​ຂອງ​ແມ່​ຍິງ​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍດ​ການ​ປົກ​ປ້ອງ​ໃນ​ສັງ​ຄົມ​ໄດ້​ເພີ່ມ​ຂຶ້ນ​ນຶ່ງ​ສ່ວນ​ສາມ ລະ​ຫວ່າງ​ປີ 2010 ແລະ 2023, ແນວ​ໃດ​ກໍ​ຕາມ​ແມ່​ຍິງ ແລະ ເດັກ​ຍິງ​ສອງ​ພັນ​ລ້ານ​ຄົນ​ແມ່ນ​ຍັງ​ອາ​ໄສ​ຢູ່​ໃນ​ສະ​ຖານ​ທີ່​ຕ່າງ​ທີ່ບໍ່​ມີ​ການ​ປົກ​ປ້ອງ. ຊ່ອງ​ຫວ່າ​ງ​ການ​ຈ້າງ​ງານ​ລະ​ຫວ່າງ​ເພດ 'ແມ່ນ​ໄດ້ຢຸດເຄື່ອນ​ໄຫວມາຫຼາຍ​ທົດ​ສະ​ວັດ' ຜູ້​ຍິ​ງອ​າ​ຍຸ​ລະ​ຫວ່າງ 25 ເຖິງ 54 ປີ ຈຳ​ນວນ 60 ເປີ​ເຊັນ​ແມ່ນ​ມີ​ວຽກ​ງານ​ທີ່​ໄດ້​ຮັບ​ຄ່າ​ຈ້າງ, ເມື່ອ​ທຽບ​ກັບ​ຜູ້​ຊາຍ​ໃນ​ກຸ່ມ​ປະ​ຊາ​ກອນ​ດຽວ​ກັນ​ທີ່​ມີ 92 ເປີ​ເຊັນ. ລາຍ​ງານ​ນັ້ນ​ໄດ້​ອ້າງເຖິງ​ໂຣກ​ລະ​ບາດ ໂຄວິດ-19, ຄວາ​ມ​ຂັດ​ແຍ້ງ​ໃນ​ໂລກ, ສະ​ພາບ​ອາ​ກາດ​ປ່ຽນ​ແປງ ແລະ ເທັກ​ໂນ​ໂລ​ຈີ​ທີ່​ກຳ​ລັງ​ກຳ​ເນີດ​ຂຶ້ນ, ເຊັ່ນ​ປັນ​ຍາ​ປະ​ດິດ ຫຼື AI, ລ້ວນ​ແຕ່​ເປັນ​ໄພ​ຂົ່ມ​ຂູ່​ໃໝ່​ທີ່​ອາດຈະ​ເກີດ​ຂຶ້ນ​ຕໍ່​ຄວາມ​ເທົ່າ​ທຽມ​ທາງ​ເພດ. ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ Women's rights regressed last year in a quarter of countries around the world, according to a report published by UN Women on Thursday, due to factors ranging from climate change to democratic backsliding. "The weakening of democratic institutions has gone hand in hand with backlash on gender equality," the report said, adding that "anti-rights actors are actively undermining long-standing consensus on key women's rights issues." "Almost one-quarter of countries reported that backlash on gender equality is hampering implementation of the Beijing Platform for Action," the report continued, referring to the document from the 1995 World Conference on Women. In the 30 years since the conference, the UN said that progress has been mixed. In parliaments around the world, female representation has more than doubled since 1995, but men still comprise about three-quarters of parliamentarians. The number of women with social protection benefits increased by a third between 2010 and 2023, though two billion women and girls still live in places without such protections. Gender employment gaps "have stagnated for decades." Sixty-three percent of women between the ages of 25 and 54 have paid employment, compared to 92 percent of men in the same demographic. The report cites the Covid-19 pandemic, global conflicts, climate change and emerging technologies, such as artificial intelligence (AI), as all new potential threats to gender equality.

DOWNLOAD THE APP

Get Started Now: Download the App

Ready to dive into the world of global news and events? Download our app today from your preferred app store and start exploring.
app-storeplay-store