Latest news with #ດໍໂນລທຣຳ


Voice of America
14-03-2025
- Politics
- Voice of America
ລັດຖະບານ ທ່ານທຣຳ ແລະບັນດາກຸ່ມສິດທິມະນຸດ ພວມມຸ້ງໜ້າໄປສານ ກ່ຽວກັບເລື້ອງການເນລະເທດຂະໜາດໃຫຍ່
ບັນດາທະນາຍຄວາມ ຂອງລັດຖະບານສະຫະລັດ ຄາດໝາຍວ່າ ຈະປະເຊີນກັບບັນດາທະນາຄວາມສຳລັບຝ່າຍພົນລະເຮືອນແລະບັນດາກຸ່ມສິດທິດ້ານຄົນເຂົ້າເມືອງ ກ່ຽວກັບການນຳໃຊ້ຖານທັບເຮືອຂອງສະຫະລັດໃນປະເທດເກາະຄິວບາ ເພື່ອຄຸມຂັງຊາວຍົກຍ້າຍຖິ່ນຖານທີ່ລໍຖ້າການເນລະເທດ. ການໂຕ້ແຍ້ງກັນໃນສອງຄະດີຄວາມດັ່ງກ່າວ ກ່ຽວກັບປະຕິບັດການຕ່າງໆຢູ່ທີ່ຖານທັບເຮືອ ອ່າວ ກວນຕານາໂມ ນັ້ນ ເປັນການຟ້ອງຮ້ອງຕໍ່ ກະຊວງຮັກສາຄວາມປອດໄພພາຍໃນສະຫະລັດ ຫຼື DHS ແລະ ລັດຖະມົນຕີຕີຂອງກະຊວງ ທ່ານນາງ ຄຣິສຕີ ໂນມ ແມ່ນພ້ອມທີ່ຈະດຳເນີນຄະດີ ຢູ່ທີ່ສານເມືອງສະຫະລັດ ໃນນະຄອນຫຼວງວໍຊິງຕັນ ໃນວັນສຸກມື້ນີ້. ຂໍ້ກ່າວຫາໃນຄະດີດັ່ງກ່າວ ກໍຄືວ່າ ລັດຖະບານສະຫະລັດ ໄດ້ລະເມີດຂອບເຂດຂອງຕົນເອງ ໂດຍປະຕິເສດບໍ່ໃຫ້ພວກຍົກຍ້າຍຖິ່ນຖານທີ່ຖືກສົ່ງໄປອ່າວ ກວນຕານາໂມ ເຂົ້າເຖິງບັນດາຜູ້ຕາງໜ້າທາງດ້ານກົດໝາຍ ແລະທັງຍັງພະຍາຍາມທີ່ຈະສົ່ງພວກເຂົາ ໄປຍັງສະຖານທີ່ແຫ່ງຕ່າງໆຂອງຖານທັບ ໂດຍບໍ່ມີອຳນາດທາງດ້ານກົດໝາຍທີ່ຖືກຕ້ອງ ເຊິ່ງເປັນການລະເມີດຕໍ່ລັດຖະທຳມະນູນຂອງສະຫະລັດ. ເຈົ້າໜ້າທີ່ ກະຊວງ DHS ບໍ່ໄດ້ຕອບໃນທັນທີຕໍ່ຄຳຂໍຮ້ອງໃຫ້ມີຄວາມເຫັນ ກ່ຽວກັບການພິຈາລະນາຄະດີ ທີ່ໃກ້ຈະເກີດຂຶ້ນ ແຕ່ພວກເຂົາເຈົ້າ ໄດ້ປະຕິເສດຊ້ຳແລ້ວຊ້ຳອີກຕໍ່ຂໍ້ກ່າວຫາທັງຫຼາຍ ໃນຂະນະດຽວກັນ ກໍໄດ້ຕຳໜິບັນດາກຸ່ມຕ່າງໆ ທີ່ໄດ້ນຳເອົາການຟ້ອງຮ້ອງຂຶ້ນສານ. ໂຄສົກຂອງກະຊວງ DHS ຜູ້ທີ່ປະຕິເສດຈະບອກຊື່ ກ່າວຕໍ່ວີໂອເອ ໃນຖະແຫລງການສະບັບນຶ່ງເມື່ອຕົ້ນເດືອນນີ້ ວ່າ 'ກຸ່ມ American Civil Liberties Union ປາກົດວ່າ ສົນໃຈໃນເລື້ອງການໂຄສະນາສົ່ງເສີມໃຫ້ເປີດຊາຍແດນ ແລະລົບກວນພາລະກິດດ້ານຄວາມປອດໄພຂອງມວນຊົນ ຫຼາຍກວ່າການປ້ອງກັນສິດເສລີພາບຂອງຊາວອາເມຣິກັນທັງຫຼາຍ.' ໂຄສົກທ່ານນີ້ ກ່າວຕື່ມວ່າ 'ພວກເຂົາເຈົ້າ ຄວນພິຈາລານາປ່ຽນຊື່ຂອງກຸ່ມເຂົາເຈົ້າ' ແລ້ວອະທິບາຍຕໍ່ໄປເຖິງຂໍ້ຂັດແຍ້ງທາງດ້ານກົດໝາຍນັ້ນວ່າ 'ບໍ່ມີມູນຄວາມຈິງ.' ປະທານາທິບໍດີ ດໍໂນລ ທຣຳ ເປັນຜູ້ທຳອິດທີ່ໄດ້ຍົກເອົາແນວຄິດຂອງການນຳໃຊ້ຖານທັບເຮືອ ໃນຄິວບາ ເປັນສ່ວນນຶ່ງຂອງແຜນການລັດຖະບານທ່ານ ສຳລັບການເນລະເທດຂະໜາດໃຫຍ່ ບໍ່ດົນຫຼັງຈາກໄດ້ເຂົ້າດຳລົງຕຳແໜ່ງ ໃນເດືອນມັງກອນ. ສ່ວນລັດຖະມົນຕີກະຊວງ DHS ທ່ານນາງ ໂນມ ໄດ້ກ່າວວ່າ ຖານທັບດັ່ງກ່າວ ເຊິ່ງມີຄຸກທີີ່ໝັ້ນຄົງ ເພື່ອຄຸມຂັງພວກຜູ້ກໍ່ການຮ້າຍທີ່ຖືກຈັບມາໄດ້ນັ້ນ ຄວນຖືກນຳໃຊ້ເປັນສະຖານທີ່ຄຸມຕົວ 'ພວກຂີ້ຮ້າຍຂອງຂີ້ຮ້າຍສຸດ.' ທ່ານທຣຳ ແລະບັນດາເຈົ້າໜ້າທີ່ຄົນອື່ນໆ ຍັງໄດ້ສະເໜີແນະວ່າ ຖານທັບດັ່ງກ່າວອາດຖືກນຳໃຊ້ເພື່ອຄຸມຕົວພວກຍົກຍ້າຍຖິ່ນຖານໄດ້ເຖິງ 30,000 ຄົນ ໃນຂະນະທີ່ ພວກເຂົາລໍຖ້າການເນລະເທດ. ເຖິງຢ່າງນັ້ນກໍຕາມ ແຜນການທັງຫຼາຍເຫຼົ່ານັ້ນ ບໍ່ເຄີຍເປັນຮູບປະທຳຢ່າງເຕັມສ່ວນເລີຍ. ອ່ານຂ່າວໃນພາສາອັງກິດ U.S. government lawyers are expected to face off with attorneys for civil and immigration rights groups over the use of a U.S. naval base in Cuba to hold migrants slated for deportation. Arguments in the two lawsuits over operations at Naval Station Guantanamo Bay, filed against the Department of Homeland Security and Secretary Kristi Noem, are set for a U.S. District Court in Washington on Friday. The suits allege that the U.S. government has overstepped its bounds by denying migrants sent to Guantanamo Bay access to legal representation and also by attempting to send migrants to the base's facilities without the proper legal authority in violation of the U.S. Constitution. DHS officials did not immediately respond to a request for comment on the upcoming hearing, but they have repeatedly denied the allegations while criticizing the groups bringing the lawsuits. "The American Civil Liberties Union appears far more interested in promoting open borders and disrupting public safety missions than in protecting the civil liberties of Americans," a DHS spokesperson told VOA in a statement earlier this month, declining to be named. "They should consider changing their name," the spokesperson added, further describing the legal challenges as "baseless." President Donald Trump first raised the idea of using the U.S. naval base in Cuba as part of his administration's plans for mass deportations shortly after taking office in January. Homeland Security's Noem said the base, which features a secure prison to hold captured terrorists, would be used to house "the worst of the worst." Trump and other U.S. officials also suggested the base could be used to hold up to 30,000 migrants while they awaited deportation. Those plans, however, never fully materialized.


Voice of America
13-03-2025
- Politics
- Voice of America
ກຸ່ມຫົວອະນຸລັກນິຍົມຈັດຂອງ ອິສຣາແອລ ວາງແຜນໃຊ້ອຳນາດການຍົກຍ້າຍຖິ່ນຖານ ເພື່ອກຳຈັດຊາວປາແລັສໄຕນ໌ຈາກເຂດກາຊາ
ກຸ່ມຫົວອະນຸລັກນິຍົມຈັດໃນ ອິສຣາແອລ ໄດ້ສະແດງຄວາມຍິນດີກັບແຜນການຂອງປະທານາທິບໍດີ ດໍໂນລ ທຣຳ ສຳລັບອະນາຄົດຂອງເຂດກາຊາ ຊຶ່ງຮຽກຮ້ອງໃຫ້ຊາວ ປາແລັສໄຕນ໌ ໃນເຂດກາຊາ ຈຳນວນ ສອງລ້ານຫ້າແສນຄົນອອກຈາກພື້ນທີ່ດັ່ງກ່າວ ພວກເຂົາກ່າວວ່າ ການຊຸກຍູ້ໃຫ້ຍົກຍ້າຍໄປຕັ້ງຖິ່ນຖານໃໝ່ ບໍ່ຖືເປັນການລະເມີດກົດໝາຍລະຫວ່າງປະເທດ. ແຕ່ຊາວປາແລັສໄຕນ໌ ປະຕິເສດແຜນການດັ່ງກ່າວ. ກຸ່ມຂວາຈັດຊື່ວ່າ ດິນແດນແຫ່ງ ອິສຣາແອລ ໃນລັດຖະສະພາໄດ້ຈັດກອງປະຊຸມພິເສດ ເມື່ອວັນອາທິດຜ່ານມາ ເພື່ອຮັບຮອງແຜນການຂອງປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໃນການຍ້າຍຊາວ ປາແລັສໄຕນ໌ ສອງລ້ານສາມແສນຄົນອອກຈາກເຂດກາຊາ. ທ່ານ ເບຊາແລລ໌ ສໂມທຣິດຈ໌ ລັດຖະມົນຕີກະຊວງການເງິນຂອງ ອິສຣາແອລ ກ່າວວ່າ ທ່ານຈະຈັດຕັ້ງ 'ໜ່ວຍງານດ້ານການຍ້າຍຖິ່ນຖານ' ພາຍໃນກະຊວງປ້ອງກັນປະເທດ ເພື່ອຊຸກຍູ້ໃຫ້ຊາວປາແລັສໄຕນ໌ ອອກໄປຈາກເຂດກາຊາ. ທ່ານ ເບຊາແລລ໌ ສໂມທຣິດຈ໌ ລັດຖະມົນຕີກະຊວງການເງິນ ອິສຣາແອລ ກ່າວວ່າ 'ເງິນທຸກໆ ເຊແຄລ໌ ທີ່ເຮົາລົງທຶນເພື່ອສະໜັບສະໜູນການອົບພະຍົບຈະມີຄ່າໃຊ້ຈ່າຍໜ້ອຍກວ່າການຕໍ່ສູ້ຊ້ຳແລ້ວຊ້ຳອີກ. ງົບປະມານຈະບໍ່ເປັນສິ່ງກີດຂວາງຕໍ່ແຜນການນີ້. ນີ້ບໍ່ແມ່ນພຽງອີກແຜນການນຶ່ງ. ມັນແມ່ນຄວາມເປັນໄປໄດ້ສຳລັບການປ່ຽນແປງຄັ້ງປະຫວັດສາດ ໃນເຂດຕາເວັນອອກກາງ ແລະ ອິສຣາແອລ.' ສະມາຊິກສະພາ ຄະເນັສເສັດ ທ່ານ ຊິມຈາ ຣອດແມນ ກ່າວວ່າ ແຜນການ 'ຍ້າຍຖິ່ນຖານ' ຄັ້ງນີ້ ມີຄວາມສົມຈິງຫຼາຍກວ່າແຜນການທີ່ ອີຈິບ ແລະ ສັນນິບາດແຫ່ງຊາດອາຣັບ ສະເໜີເມື່ອບໍ່ດົນມານີ້ ຊຶ່ງຈະຊ່ວຍໃຫ້ທາງການ ປາແລັສໄຕນ໌ ສາມາດບໍລິຫານເຂດກາຊາໄດ້ ໂດຍບໍ່ຕ້ອງປົດອາວຸດກຸ່ມຮາມາສ ທີ່ສະຫະລັດລະບຸວ່າ ເປັນກຸ່ມກໍ່ການຮ້າຍ. ທ່ານ ຊິມຈາ ຣອດແມນ ສະມາຊິກສະພາ ຄະເນັສເສັດ ຂອງ ອິສຣາແອລ ກ່າວວ່າ 'ປະຊາຊົນເວົ້າວ່າ ເຮົາພາກັນບຳບັດກຸ່ມຮາມາສເຖາະ, ໃຫ້ໂອກາດທຸກຢ່າງແກ່ກຸ່ມຮາມາສເພື່ອສ້າງສາກອງກຳລັງຂອງພວກເຂົາຄືນ. ດ້ວຍເຫດໃດນີ້ຈຶ່ງເປັນທາງອອກທີ່ສົມເຫດສົມຜົນ? ມັນບໍ່ແມ່ນ. ມັນອັນຕະລາຍ. ມັນອັນຕະລາຍຕໍ່ເຂດກາຊາ. ມັນອັນຕະລາຍຕໍ່ຊາວກາຊາ ແລະ ມັນອັນຕະລາຍຕໍ່ສັນຕິພາບຢູ່ໃນເຂດນີ້.' ພວກນັກວິຊາການດ້ານກົດໝາຍຝ່າຍຂວາຈັດ ຢູ່ກອງປະຊຸມກຸ່ມດິນແດນແຫ່ງ ອິສຣາແອລ ກ່າວວ່າ ການສະໜັບສະນູນເພື່ອອົບພະຍົບຈາກເຂດສົງຄາມບໍ່ຖືເປັນການລະເມີດກົດໝາຍລະຫວ່າງປະເທດ. ທ່ານ ຢູຈີນ ຄອນໂຕໂຣວິດຈ໌ ຈາກອົງການນະໂຍບາຍ ໂຄຮີເລັດ ກ່າວວ່າ 'ພວກເຮົາຮູ້ວ່າ ໃນເວລາເກີດສົງຄາມມັນຈະມີຜູ້ອົບພະຍົບ. ຈາກ ອັຟການິສຖານ, ມີຜູ້ອົບພະຍົບຫຼາຍລ້ານຄົນ. ຈາກສົງຄາມໃນ ຊີເຣຍ, ມີອົບພະຍົບຫຼາຍລ້ານຄົນ. ຈາກສົງຄາມໃນ ຢູເຄຣນ, ມີຄົນອົບພະຍົບຫຼາຍລ້ານຄົນ. ບໍ່ມີອັນໃດໃນນີ້ຖືກເອີ້ນວ່າ ການກວາດລ້າງເຊື້ອຊາດຊົນເຜົ່າ. ຕອນນີ້ການສ້າງອົບພະຍົບແບບນັ້ນ ແມ່ນບໍ່ສາມາດເກີດຂຶ້ນໄດ້ໂດຍຕັ້ງໃຈ, ແຕ່ມັນຕ້ອງໄດ້ຮັບການປ້ອງກັນເປັນພິເສດເນື່ອງຈາກຜົນທີ່ຕາມມາຂອງສົງຄາມ.' ບັນດາຜູ້ແທນຂອງບັນດາອົງການເສລີທິປະໄຕ ອິສຣາແອລ ແມ່ນບໍ່ເຫັນພ້ອມ. ທ່ານນາງ ຮາກິດ ໂອຟຣານ, ຈາກອົງການສັນຕິພາບດຽວນີ້ ແລະ ຕິດຕາມການຕັ້ງຖິ່ນຖານກ່າວວ່າ 'ນີ້ບໍ່ແມ່ນການຂັບໄລ່ຜູ້ຄົນອອກໂດຍສະໝັກໃຈ ແຕ່ເປັນການຍົກຍ້າຍ ຫຼື ຍ້າຍຖິ່ນຖານ. ມັນເປັນອາຊະຍາກຳສົງຄາມ ແລະ ຜິດສິນທຳ. ຫາກເຈົ້າເຮັດໃຫ້ຊີວິດຂອງຜູ້ຄົນຕ້ອງທຸກຍາກເວດທະນາ ແລ້ວເຈົ້າບອກພວກເຂົາວ່າ ພວກເຂົາຢາກອອກໄປຈາກທີ່ນັ້ນ, ມັນບໍ່ແມ່ນວ່າ ພວກເຂົາຢາກອອກໄປໂດຍສະໝັກໃຈ.' ສະມາຊິກສະພາ ຄະເນັສເຊັດ ຈຳນວນຫຼາຍ ໄດ້ຮຽກຮ້ອງໃຫ້ ອິສຣາແອລ ຟື້ນຟູທີ່ຕັ້ງຂອງຊາວຢິວ 21 ແຫ່ງຄືນໃໝ່ໃນເຂດ ກາຊາ, ເຊິ່ງໄດ້ຖືກອົບພະຍົບອອກໄປໃນປີ 2005 ເວລາທີ່ ອິສຣາແອລ ຖອນຕົວໂດຍຝ່າຍດຽວອອກຈາກເຂດແດນດັ່ງກ່າວ. ທ່ານນາງ ດານຽລລາ ວາຍສ໌, ຜູ້ນຳການເຄື່ອນໄຫວຕັ້ງຖິ່ນຖານໃໝ່ ກ່າວວ່າ 'ປະຊາຊົນ ອິສຣາແອລ ແມ່ນພ້ອມທີ່ຈະຕໍ່ສູ້, ພ້ອມທີ່ຈະດຳເນີນແນວຄິດຂອງປະທານາທິບໍດີ ທຣຳ ກ່ຽວກັບ ການຍົກຍ້າຍຊາວ ກາຊາອອກ. ໃນເວລາດຽວກັນ, ປະຊາຊົນ ອິສຣາແອລ ແມ່ນພ້ອມ ແລະ ກໍຍິນດີທີ່ຈະບັນລຸເປົ້າໝາຍຂອງລັດທິໄຊອອນ ໃນການຕັ້ງຖິ່ນຖານຂອງຊາວ ອິສຣາແອລ ໃນເຂດກາຊາທັງໝົດ.' ໃນຂະນະທີ່ແນວໂນ້ມໃນການສ້າງທີ່ຕັ້ງຊາວຢິວໃນເຂດກາຊາຂຶ້ນມາໃໝ່ ຈະເບິ່ງບໍ່ໜ້າເປັນໄປໄດ້ກໍຕາມ, ແຕ່ຊາວ ອິສຣາແອລ ສ່ວນໃຫຍ່ແມ່ນເຫັນດ້ວຍວ່າ ກຸ່ມຮາມາສ ບໍ່ຄວນມີບົດບາດໃນອະນາຄົດ ແລະ ບາງຄົນເຊື່ອວ່າ ຫົນທາງທີ່ດີທີ່ສຸດໃນການຮັບປະກັນສິ່ງນັ້ນ ກໍຄື ການເຮັດໃຫ້ຊາວປາແລັສໄຕນ໌ສ່ວນໃຫຍ່ອອກໄປຈາກເຂດກາຊາ. ອ່ານລາຍງານນີ້ເປັນພາສາອັງກິດ Hard-liners in Israel have welcomed President Donald Trump's plan for the future of Gaza, which calls for many of Gaza's 2.3 million Palestinians to leave the enclave. They say encouraging emigration does not violate international law. Palestinians have rejected the plan. The far-right Land of Israel caucus in the Knesset met Sunday in a special session to endorse U.S. President Donald Trump's plan for relocating 2.3 million Palestinians out of Gaza. Israeli Finance Minister Bezalel Smotrich says he is establishing a 'migration authority' within the Defense Ministry to encourage Palestinians to leave Gaza. 'Every shekel we will invest in encouraging migration will cost us less than fighting again and again /// The budget will not be an obstacle to this plan. This is not just another plan. It is a potential for historic change in the Middle East and Israel." Knesset member Simcha Rothman says this "relocation' plan is more realistic than the one recently proposed by Egypt and the Arab League, which would allow the Palestinian Authority to run Gaza without disarming the U.S.-designated terrorist group Hamas. 'People say let's rehabilitate Hamas; let's give Hamas all the opportunity to rebuild its forces. How come this is a realistic solution? It's not. It's dangerous. It's dangerous to Gaza. It's dangerous to Gazans and it's dangerous to the peace of this area.' Far-right legal scholars at the Land of Israel caucus meeting say that encouraging emigration from a war zone is not a violation of international law. 'We know that in a time of war there are refugees. From Afghanistan, millions of refugees. From the war in Syria, millions of refugees. From the war in Ukraine, millions of refugees. None of this is called ethnic cleansing. Now the creation of such refugees cannot be done on purpose, but it need not be specifically prevented as a consequence of war.' Representatives of Israeli liberal organizations disagree. 'This is not voluntary removal of people. This is displacement or transfer. It's a war crime and it's immoral. If you make people's lives miserable and then you say they want to leave the place, it's not that they voluntarily go out.' Many at the Knesset caucus called for Israel to reestablish the 21 Jewish settlements in the Gaza Strip, which were evacuated in 2005 when Israel unilaterally withdrew from the territory. 'The people of Israel are ready to fight, are ready to carry out President Trump's idea of emigration of the Gazans. At the same time, the people of Israel are ready and willing to fulfill the goal of Zionism to settle the entire Gaza with Jewish settlers.' While the prospect of rebuilding Jewish settlements in Gaza seems unlikely, most Israelis agree that Hamas should have no role in its future, and some believe the best way to ensure that is to get most Palestinians to leave Gaza.


Voice of America
12-03-2025
- Politics
- Voice of America
ທູດພິິເສດກ່ຽວກັບໂຕປະກັນຂອງສະຫະລັດ ເອີ້ນການພົບປະກັບ ກຸ່ມຮາມາສ ວ່າ 'ມີປະໂຫຍດຫຼາຍ'
ນັກເຈລະຈາກ່ຽວກັບໂຕປະກັນ ຂອງລັດຖະບານທ່ານທຣຳ ເອີ້ນການປະຊຸມກັບ ກຸ່ມຮາມາສ ທີ່ບັນດາຜູ້ຕາງໜ້າຂອງສະຫະລັດ-ກຳນົດໃຫ້ເປັນກຸ່ມກໍ່ການຮ້າຍນັ້ນວ່າ 'ຊ່ອຍໄດ້ຫຼາຍ.' ການປຶກສາຫາລືໄດ້ ສຸມໃສ່ການປ່ອຍໂຕປະກັນຊາວອາເມຣິກັນເຊື້ອສາຍອິສຣາແອລ ທີ່ຖືກຄຸມຕົວໂດຍກຸ່ມຮາມາສ. ນີ້ ຕາມທີ່ອິສຣາແອລ ວ່າ ຕົນວາງແຜນຈະສົ່ງ ຄະນະຜູ້ແທນໃນອາທິດໄປປຶກສາຫາລືກ່ຽວກັບການເຈລະຈາຢຸດຍິງ. ອາຣາຊ ອາຣາບາຊາດີ ນັກຂ່າວວີໂອເອ ມີລາຍງານເລື້ອງນີ້. ພວກປະທ້ວງຫຼາຍພັນຄົນຢູ່ໃນອິສຣາແອລ ໄດ້ເຕົ້າໂຮມກັນ ຢູ່ດ້ານນອກກະ ຊວງປ້ອງກັນປະເທດ ໃນນະຄອນ ແທວ ລາວີບ ເມື່ອທ້າຍອາທິດຜ່ານມານີ້ ພວກເຂົາຮຽກຮ້ອງໃຫ້ລັດຖະບານໄກ່ເກ່ຍຂໍ້ຕົກລົງເພື່ອປ່ອຍຕົວປະກັນກັບກຸ່ມ ຮາມາສ. ໃນວໍຊິງຕັນ ເມື່ອອາທິດແລ້ວນີ້ ປະທານາທິບໍດີ ສະຫະລັດ ດໍໂນລ ທຣຳ ໄດ້ຢືນຢັນວ່າ ລັດຖະບານຂອງທ່ານ ໄດ້ຈັດການເຈລະຈາໂດຍກົງເປັນຄັ້ງ ທຳອິດກັບກຸ່ມຮາມາສ, ເຊິ່ງຕ່າງໄປຈາກນະໂຍບາຍທີ່ມີມາຍາວນານຂອງ ສະຫະລັດ ທີ່ບໍ່ຍອມເຈລະຈາກັບພວກກໍ່ການຮ້າຍ. ປະທານາທິບໍດີ ດໍໂນລ ທຣຳ ກ່າວວ່າ 'ພວກເຮົາໄດ້ປຶກສາຫາລືກັບກຸ່ມ ຮາມາສ. ພວກເຮົາກຳລັງຊ່ອຍອິສຣາແອລ ໃນການປຶກສາຫາລືທັງຫຼາຍເຫຼົ່ານັ້ນ ເພາະວ່າ ພວກເຮົາລົມກັນກ່ຽວກັບພວກໂຕປະກັນຊາວອິສຣາແອລ. ແລະພວກ ເຮົາຈະບໍ່ເຮັດສິ່ງໃດໆໃນແງ່ຂອງກຸ່ມຮາມາສ. ພວກເຮົາຈະບໍ່ໃຫ້ເງິນ....ແທ້ຈິງ ແລ້ວ ຂ້ອຍເອົາໂຕປະກັນອອກມາໄດ້ 59 ຄົນ ແລະພວກເຮົາບໍ່ໄດ້ໃຫ້ຫຍັງ ເລີຍ. ໃນ 59 ຄົນນັ້ນ ພວກເຮົາບໍ່ໄດ້ໃຫ້ຫຍັງ.' ໃນຕອນເຊົ້າວັນອາທິດຜ່ານມາ ພວກຜູ້ສະໜັບສະໜູນ ແລະພວກຍາດພີ່ນ້ອງ ຂອງພວກໂຕປະກັນ ໄດ້ຕື່ນຂຶ້ນມາຈາກຕູບນອນຢູ່ດ້ານນອກຂອງກະຊວງ ປ້ອງກັນປະເທດຂອງອິສຣາແອລ. ການສື່ສານຂອງພວກເຂົາເປັນທີ່ຈະແຈ້ງວ່າ ບໍ່ມີຄວາມຂັດແຍ້ງໃໝ່ກັບກຸ່ມ ຮາມາສ, ພຽງເຮັດຂໍ້ຕົກລົງໃຫ້ປ່ອຍໂຕປະກັນ. ນາງ ໄອຢາລາ ແມຕສເກີ ພີ່ນ້ອງຂອງໂຕປະກັນທີ່ໄດ້ເສຍຊີວິດ ກ່າວວ່າ 'ມີອີກຫຼາຍກວ່າສິບຄົນທີ່ມານຳພວກເຮົາ ເພື່ອບອກຕໍ່ລັດຖະບານວ່າ: ຢ່າເຂົ້າໄປໃນກາຊາອີກ....ຢຸດສົງຄາມຊະ ແລ້ວນຳເອົາໂຕປະກັນໝົດທຸກ ຄົນກັບຄືນບ້ານ.' ເມື່ອບໍ່ເທົ່າໃດວັນຜ່ານມານີ້ ນັກເຈລະຈາຂອງລັດຖະບານທ່ານທຣຳ ໄດ້ພົບປະ ກັບກຸ່ມຮາມາສ ເພື່ອປຶກສາຫາລື ຂໍ້ຕົກລົງໃນການປ່ອຍໂຕປະກັນຜູ້ນຶ່ງ ໂດຍເອີ້ນການພົບປະກັນນັ້ນວ່າ 'ມີປະໂຫຍດຫຼາຍ.' ທ່ານ ແອດຳ ໂບເລີ ທູດພິເສດກ່ຽວກັບໂຕປະກັນຂອງສະຫະລັດ ກ່າວວ່າ 'ຂ້ອຍຄິດວ່າ ບາງສິ່ງອາດເຂົ້າມາຮ່ວມກັນໄດ້ ພາຍໃນບໍ່ເທົ່າໃດອາທິດ. ຂ້ອຍຈະເວົ້າວ່າ ຂ້ອຍເຊື່ອວ່າມີພຽງພໍຢູ່ທີ່ຈະເຮັດຂໍ້ຕົກລົງ ລະຫວ່າງສິ່ງທີ່ກຸ່ມ ຮາມາສ ຕ້ອງການ ແລະສິ່ງທີ່ພວກເຮົາຍອມຮັບໄດ້, ແລະສິ່ງທີ່ອິສຣາແອລ ຕ້ອງການ, ແລະຍອມຮັບໄດ້. ແລະຂ້ອຍຄິດວ່າ ມີຂໍ້ຕົກລົງທີ່ພວກເຂົາສາມາດ ເອົານັກໂທດໝົດທຸກຄົນອອກມາ ບໍ່ພຽງແຕ່ຊາວອາເມຣິກັນເທົ່ານັ້ນ.' ໃນຂະນະດຽວກັນ ສຳລັບຊາວປາແລັສໄຕນ໌ ຢູ່ໃນເມືອງ ຄານຢູນິສຂອງກາຊາ, ທີ່ຂາດແຄນສິ່ງທີ່ຈຳເປັນຂັ້ນພື້ນຖານ ກໍຍັງມີຢູ່ຕໍ່ເນື່ອງ. ອິສຣາແອລ ໄດ້ວາງມາດຕະການປິດລ້ອມໝົດທຸກດ້ານ ຕໍ່ທຸກສິ່ງຂອງໃດໆ ທີ່ເຂົ້າໄປໃນເຂດພື້ນທີ່ດັ່ງກ່າວ ລວມທັງ ອາຫານ, ນ້ຳມັນ ແລະຢາ ຈົນກວ່າວ່າ ກຸ່ມຮາມາສ ຈະປ່ອຍໂຕປະກັນທີ່ຍັງເຫຼືອຢູ່ 59 ຄົນ ທີ່ຍັງຖືກຄຸມຕົວຢູ່ໃນ ກາຊາ. ປະຊາຊົນຢູ່ທີ່ນີ້ ກ່າວວ່າ ພວກເຂົາລໍຖ້າມາຫຼາຍຊົ່ວໂມງທີ່ຈະຮັບເອົາເຂົ້າຈີ່ ໃນຂະນະທີ່ມັນບໍ່ມີໄຟຟ້າໃຊ້ ຫຼື ຟືນດັງໄຟສຳລັບຄົວກິນອີກຕໍ່ໄປ. ອິສຣາແອລ ກ່າວວ່າ ຕົນວາງແຜນທີ່ຈະສົ່ງຄະນະຜູ້ແທນ ໄປຍັງປະເດ ກາຕ້າ ໃນວັນຈັນຜ່ານມານີ້ ເພື່ອຊຸກຍູ້ການເຈລະຈາກກັບບັນດານັກໄກ່ເກ່ຍຂອງອີຈິບ ແລະກາຕ້າ. ອ່ານລາຍງານໃນພາສາອັງກິດ A Trump administration hostage negotiator called his recent meetings with representatives of U.S.-designated terror group Hamas 'helpful.' Discussions focused on the release of an American-Israeli hostage held by Hamas. This, as Israel says it plans to deploy a delegation this week to discuss ceasefire talks. VOA's Arash Arabasadi has the story. Thousands of protesters in Israel gathered outside the Defense Ministry in Tel Aviv this weekend. They demanded the Israeli government broker a hostage release deal with Hamas. In Washington last week, U.S. President Donald Trump confirmed his administration had for the first time held direct talks with Hamas, a departure from the longstanding U.S. policy not to negotiate with terrorists. 'We are having discussions with Hamas. We are helping Israel in those discussions, because we're talking about Israeli hostages. And we're not doing anything in terms of Hamas. We're not giving cash… In fact, I got 59 hostages out, and we gave nothing. In 59, we gave nothing.' Sunday morning, supporters and relatives of hostages awoke in tents outside the Israel Defense Ministry. Their message was clear: no new conflicts with Hamas; just secure a hostage release deal. ((Ayala Metzger, Relative of Dead Hostage)) 'There are dozens of people that came with us to say to the government: don't (go) inside Gaza again… Stop this war and bring all the hostages back home. In recent days, a Trump administration negotiator met with Hamas to discuss a hostage release deal, calling the meeting 'very helpful.' ((Adam Boehler, US Hostage Envoy)) 'I think something could come together within weeks. I will say that I believe that there's enough there to make a deal between what Hamas wants and what they'd accepted, and what Israel wants, and it's accepted. And I think there is a deal where they can get all of the prisoners out (and) not just the Americans.' In the meantime, for Palestinians in Gaza's Khan Younis, shortages of basic needs continue. Israel imposed a total blockade on all goods entering the enclave — including food, fuel, and medicine — until Hamas frees the remaining 59 hostages still held in Gaza. People here say they wait for hours to get bread, as there's no longer electricity or firewood for cooking. Israel says it plans to send a delegation to Qatar on Monday to advance negotiations with Egyptian and Qatari mediators.


Voice of America
11-03-2025
- Business
- Voice of America
ຕະຫຼາດຮຸ້ນ ສະຫະລັດ ຕົກຢ່າງຫຼວງຫຼາຍ ໃນຂະນະທີ່ທ່ານ ທຣຳ ປະຕິເສດທີ່ຈະເວົ້າ ກ່ຽວກັບ ພາວະເສດຖະກິດຖົດຖອຍ
ດັດຊະນີຕະຫຼາດຮຸ້ນທັງສາມຂອງ ສະຫະລັດ ໄດ້ຕົກລົງຢ່າງວ່ອງໄວໃນການຊື້ຂາຍຂອງວັນຈັນວານນີ້ ເນື່ອງຈາກນັກລົງທຶນມີຄວາມເປັນຫ່ວງ ກ່ຽວກັບ ຄວາມບໍ່ແນ່ນອນຂອງພາສີທີ່ປະທານາທິບໍດີ ດໍໂນລ ທຣຳ ກຳນົດກັບຄູ່ຮ່ວມມືທາງການຄ້າຫຼັກ ແລະ ຄວາມບໍ່ເຕັມໃຈທີ່ຈະຕັດຄວາມເປັນໄປໄດ້ຂອງພາວະເສດຖະກິດຖົດຖອຍຂອງ ສະຫະລັດ ໃນອີກບໍ່ເທົ່າໃດເດືອນຂ້າງໜ້າ. ດັດຊະນີ Dow Jones ຊຶ່ງປະກອບດ້ວຍຮຸ້ນບລູຊິບ 30 ຮຸ້ນໄດ້ຫຼຸດລົງ 2.1 ເມື່ອສິ້ນສຸດການຊື້ຂາຍຂອງວັນຈັນ ໂດຍດັດຊະນີ S&P 500 ຫຼຸດລົງ 2.7 ແລະ ດັດຊະນີ Nasdaq ຊຶ່ງເນັ້ນຮຸ້ນເທັກໂນໂລຈີ ຫຼຸດລົງ 4 ເປີເຊັນ. ດັດຊະນີ S&P 500 ໄດ້ຕົກລົງຫຼາຍທີ່ສຸດໃຍຮອບວັນນັບຕັ້ງແຕ່ວັນທີ 18 ທັນວາ ແລະ ຕົກລົງ 8.6 ເປີເຊັນຈາກຈຸດສູງສຸດຕະຫຼອດການທີ່ເຮັດໄວ້ເມື່ອບໍ່ເຖິງນຶ່ງເດືອນທີ່ຜ່ານມາເມື່ອວັນທີ 19 ກຸມພາ. ດັດຊະນີ Nasdaq ໄດ້ຕົກລົງຫຼາຍທີ່ສຸດໃນຮອບວັນນັບຕັ້ງແຕ່ເດືອນກັນຍາ 2022. ເມື່ອອາທິດທີ່ຜ່ານມາທ່ານ ທຣຳ ໄດ້ກຳນົດພາສີນຳເຂົ້າສິນຄ້າຈາກ ເມັກຊິໂກ ແລະ ການາດາ ມາຍັງ ສະຫະລັດ ໃນອັດຕາ 25 ເປີເຊັນ ແລະ ລັງຈາກນັ້ນບໍ່ເທົ່າໃດວັນ ທ່ານ ທຣຳ ກໍໄດ້ລະງັບການຮຽກເກັບພາສີດັ່ງກ່າວຈົນເຖິງວັນທີ 2 ເມສາ ສົງຜົນໃຫ້ບັນດານັກລົງທຶນຍັງຄົງບໍ່ໝັ້ນໃຈ. ເມື່ອທ້າຍອາທິດທີ່ຜ່ານມາ ທ່ານ ຮາວເຫວີດ ລັດນິກ ລັດຖະມົນຕີວ່າການກະຊວງການຄ້າກ່າວກັບໂທລະພາບ NBC ວ່າ 'ຈະບໍ່ມີພາວະເສດຖະກິດຖົດຖອຍໃນ ອາເມຣິກາ' ແຕ່ທ່ານ ທຣຳ ຊ້ຳພັດຫຼີກລ່ຽງທີ່ຈະເວົ້າເຖິງເລື່ອງນີ້. ຜູ້ນຳ ສະຫະລັດ ກ່າວກັບໂທລະພາບ Fox News ວ່າ 'ຂ້າພະເຈົ້າບໍ່ຢາກຄາດເດົາວ່າແມ່ນຫຍັງຈະເກີດຂຶ້ນແບບນັ້ນ. ມັນມີຊ່ວງເວລາປ່ຽນຜ່ານ ເພາະສິ່ງທີ່ເຮົາກຳລັງເຮັດຢູ່ນັ້ນຍິ່ງໃຫຍ່ຫຼາຍ ເຮົາກຳລັງນຳຄວາມໝັ້ນຄົງກັບຄືນມາສູ່ ສະຫະລັດ ອາເມຣິກາ ນັ້ນເປັນເລື່ອງໃຫຍ່.' ທ່ານກ່າວເສີມວ່າ 'ຕ້ອງໃຊ້ເວລາອີກແດ່.' ການດຳເນີນການຂຶ້ນພາສີທີ່ເກີດຂຶ້ນແລະບໍ່ເກີດຂຶ້ນຂອງທ່ານ ທຣຳ ໄດ້ເຮັດໃຫ້ດັດຊະນີ S&P 500 ຂຶ້ນຫຼືລົງຫຼາຍກວ່າ 1 ເປີເຊັນເຖິງ 7 ຄັ້ງໃນ 8 ວັນ. ຄາດວ່າການຂຶ້ນພາສີຮອບຕໍ່ໄປຈະເກີດຂຶ້ນໃນວັນພຸດ ໂດຍຈະເລີ່ມເກັບພາສີເຫຼັກ ແລະ ອາລູມີນຽມ 25 ເປີເຊັນ. ອ່ານຂ່າວນີ້ເປັນພາສາອັງກິດ All three major U.S. stock indexes dropped sharply in Monday's trading, with investors worried about the uncertainty of tariffs President Donald Trump imposed on key trading partners and his reluctance to rule out the possibility of a U.S. recession in the coming months. The key Dow Jones average of 30 blue chip stocks dropped 2.1% by the end of trading Monday, with the broader S&P 500 index falling 2.7% and the tech-heavy Nasdaq barometer off 4%. The S&P 500 had its biggest one-day drop since December 18 and is down 8.6% from its all-time high set less than one month ago, on February 19. The Nasdaq had its largest single-day percentage drop since September 2022. Trump imposed new 25% tariffs on Mexican and Canadian exports to the U.S. last week and then days later paused the duties until April 2, leaving investors in a state of uncertainty. "There's going to be no recession in America," Commerce Secretary Howard Lutnick told NBC News over the weekend, but Trump hedged on the issue. "I hate to predict things like that," the U.S. leader told Fox News. "There is a period of transition because what we're doing is very big. We're bringing wealth back to America. That's a big thing." "It takes a little time," he added. Trump's on-again, off-again tariff actions have led the S&P 500 to swing more than 1%, up or down, seven times in eight days. The next round of tariffs is expected to take place Wednesday, when levies of 25% on steel and aluminum are due to go into effect.


Voice of America
07-03-2025
- Business
- Voice of America
ທ່ານ ທຣຳ ປະກາດວ່າ 'ອາເມຣິກາ ກັບມາແລ້ວ' ປ້ອງກັນການກຳນົດພາສີ ແລະ ນະໂຍບາຍອື່ນ ໃນຄຳປາໄສຕໍ່ລັດຖະສພາ
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ເມື່ອຄືນວັນອັງຄານວານນີ້ໄດ້ກ່າວປ້ອງກັນການກຳນົດພາສີໃໝ່ຕໍ່ບັນດາຄູ່ຮ່ວມມືການຄ້າ ສະຫະລັດ ແລະ ສັນຍາວ່າຈະມີມາຕື່ມອີກ ໃນຄຳປາໄສຕໍ່ກອງປະຊຸມຮ່ວມຂອງລັດຖະສະພາ. ທ່ານ ທຣຳ ໄດ້ກ່າວໃນສິ່ງທີ່ເປັນຄຳປາໄສທຳອິດຂອງທ່ານຕໍ່ບັນດາສະມາຊິກສະພາ ສະຫະລັດ ໃນສະໄໝທີສອງຂອງທ່ານວ່າ 'ປະເທດອື່ນໆໄດ້ກຳນົດພາສີຕໍ່ພວກເຮົາມາຫຼາຍທົດສະວັດ, ແລະ ຕອນນີ້ກໍເປັນທີຂອງພວກເຮົາ.' ຄຳປາໄສດັ່ງກ່າວໄດ້ມີຂຶ້ນຫຼັງຈາກ ສະຫະລັດ ກຳນົດພາສີ 25 ເປີເຊັນໃນຕອນເຊົ້າວັນອັງຄານວານນີ້ ຕໍ່ການສົ່ງອອກຈາກຄູ່ຮ່ວມມືການຄ້າທີ່ໃຫຍ່ທີ່ສຸດສອງປະເທດຄື ການາດາ ແລະ ເມັກຊິໂກ ແລະ ໄດ້ເພີ່ມພາສີຕໍ່ ຈີນ ຂຶ້ນເປັນສອງເທົ່າຈາກກ່ອນໜ້ານີ້ 10 ເປີເຊັນເປັນ 20 ເປີເຊັນ. ຈີນ ແມ່ນຄູ່ຮ່ວມມືການຄ້າອັນດັບສາມຂອງ ສະຫະລັດ. ຕະຫຼາດຮຸ້ນ ສະຫະລັດ ແມ່ນໄດ້ຕົກລົງຢ່າງຫຼວງຫຼາຍ, ແລະ ສາມປະເທດດັ່ງກ່າວໄດ້ຂົ່ມຂູ່ການແກ້ແຄ້ນ, ຈົນກໍ່ໃຫ້ເກີດຄວາມເປັນຫ່ວງ ກ່ຽວກັບ ສົງຄາມການຄ້າທີ່ກວ້າງອອກ. ທ່ານ ທຣຳ ຍັງໄດ້ກ່າວວ່າ ສະຫະລັດ ຈະເລີ່ມກຳນົດ 'ພາສີຕອບກັບ' ຕໍ່ຄູ່ຮ່ວມມືການຄ້າ ສະຫະລັດ ທັງໝົດໃນວັນທີ 2 ເມສາ. ທ່ານໄດ້ກ່າວວ່າ 'ແມ່ນຫຍັງກໍຕາມທີ່ເຂົາເຈົ້າກຳນົດພາສີຕໍ່ພວກເຮົາ, ພວກເຮົາກໍຈະກຳນົດພາສີນຳເຂົາເຈົ້າຄືນ. ບໍ່ວ່າພາສີຫຍັງກໍຕາມທີ່ເຂົາເຈົ້າເກັບນຳເຮົາ, ເຮົາກໍຈະເກັບນຳເຂົາເຈົ້າ.' ທ່ານ ທຣຳ ກ່າວຕື່ມວ່າ 'ຂ້າພະເຈົ້າຢາກໃຫ້ມັນເປັນວັນທີ 1 ເມສາ, ແຕ່ຂ້າພະເຈົ້າບໍ່ໄດ້ຢາກໃຫ້ມັນຖືກກ່າວຫາວ່າເປັນວັນຂີ້ຕົວະຂອງເດືອນເມສາ.' ທ່ານ ທຣຳ ຍັງໄດ້ກ່າວວ່າທ່ານຈະກຳນົດພາສີ 25 ເປີເຊັນຕໍ່ການນຳເຂົ້າອາລູມີນຽມ, ທອງແດງ, ໄມ້ແປຮູບ ແລະ ເຫຼັກ. ຄຳປາໄສຂອງທ່ານ ທຣຳ ມີຂຶ້ນ 6 ອາທິດໃນການດຳລົງຕຳແໜ່ງຂອງທ່ານ, ເຊິ່ງເຕັມໄປດ້ວຍຄວາມຕຶງຄຽດກັບພັນທະມິດຂອງ ສະຫະລັດ, ການປ່ຽນແປງນະໂຍບາຍຕ່າງປະເທດ ແລະ ການປະຕິຮູບລັດຖະບານກາງ. ທຳນຽບຂາວກ່າວເມື່ອວັນຈັນທີ່ຜ່ານມາວ່າ ຫົວຂໍ້ຂອງຄຳປາໄສນີ້ຄື 'ການຟື້ນຟູຄວາມຝັນແບບອາເມຣິກັນ.' ດ້ວຍຮອງປະທານາທິບໍດີ ທ່ານ ເຈດີ ແວນສ໌ ແລະ ປະທານສະພາຕ່ຳ ສະຫະລັດ ທ່ານ ໄມຄ໌ ຈອນສັນ ນັ່ງຢູ່ທາງຫຼັງທ່ານ, ທ່ານ ທຣຳ ກໍໄດ້ເລີ່ມຄຳປາໄສຂອງທ່ານດ້ວຍການປະກາດວ່າ 'ອາເມຣິກາ ໄດ້ກັບມາແລ້ວ,' ຈົນກໍ່ໃຫ້ເກີດສຽງຮ້ອງເຊຍຄຳວ່າ 'USA' ຈາກບັນດາສະມາຊິກສະພາສັງກັດພັກຣີພັບບລີກັນ. ອ່ານຂ່າວນີ້ເປັນພາສາອັງກິດ U.S. President Donald Trump in a Tuesday night speech to a joint session of Congress defended his new tariffs on U.S. trading partners and pledged that more are coming. 'Other countries have used tariffs against us for decades, and now it's our turn,' Trump said in what was his first address to U.S. lawmakers of his second term. The remarks came after the United States imposed 25% tariffs earlier Tuesday on exports from its two biggest trading partners, Canada and Mexico, and doubled an earlier 10% tariff on Chinese imports to 20%. China is the No. 3 U.S. trading partner. U.S. stock markets have taken a significant tumble, and the three countries have threatened retaliation, prompting concerns of a broader trade war. Trump also said the United States will begin imposing 'reciprocal tariffs' on all U.S. trading partners on April 2. 'Whatever they tariff us, we will tariff them,' he said. 'Whatever they tax us, we will tax them.' 'I wanted to make it April 1, but I didn't want to be accused of April Fool's Day,' Trump added. Trump also said he will impose a 25% tariff on imports of foreign aluminum, copper, lumber and steel. Trump's address comes six weeks into his second term, which has been marked by tensions with U.S. allies, shifts in foreign policy and an overhaul of the federal government. The White House on Monday said the theme of the address was the 'renewal of the American dream.' With Vice President JD Vance and Speaker of the U.S. House of Representatives Mike Johnson seated behind him, Trump began his speech by proclaiming that 'America is back,' triggering chants of 'USA' from Republican lawmakers.