Latest news with #ດໍໂນລທຣໍາ


Voice of America
13-03-2025
- Business
- Voice of America
ສະຫະລັດຂາດດຸນງົບປະມານ ໃນເດືອນຕຸລາຫາເດືອນກຸມພາ ບັນລຸເຖິງ 1.147 ພັນຕື້ໂດລາທີ່ເປັນສະຖິຕິສູງສຸດ
ການຂາດດຸນງົບປະມານຂອງສະຫະລັດໃນຊ່ວງຫ້າເດືອນທຳອິດຂອງປີງົບປະມານ 2025 ທຳສະຖິຕິສູງທີ່ສຸດເຖິງ 1.147 ພັນຕື້ໂດລາສະຫລັດ ຕາມການກ່າວໂດຍກະຊວງການເງິນ ເມື່ອວັນພຸດຜ່ານມາ ເຊິ່ງລວມເຖິງການຂາດດຸນ 307 ຕື້ໂດລາໃນເດືອນກຸມພາ ທີ່ເປັນນຶ່ງເດືອນເຕັມທຳອິດຂອງປະທານາທິບໍດີ ດໍໂນລ ທຣໍາ ໃນການດຳລົງຕຳແໜ່ງ ຊຶ່ງເພີ້ມຂຶ້ນ 4% ຈາກປີກ່ອນ' ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ. ການຂາດດຸນໃນເດືອນຕຸລາຫາເດືອນກຸມພາ ຊຶ່ງປະກອບດ້ວຍເກືອບ 4 ເດືອນຈົນເຖິງວັນທີ 20 ມັງກອນ ເຊິ່ງຢູ່ພາຍໃຕ້ການນໍາພາຂອງອະດີດປະທານາທິບໍດີ ທ່ານ ໂຈ ໄບເດັນ ທີ່ໄດ້ກາຍສະຖິຕິເກົ່າ 1.047 ພັນຕື້ໂດລາ ໃນລະຫວ່າງເດືອນ ຕຸລາ 2020 ເຖິງເດືອນກຸມພາ 2021 ຊຶ່ງເປັນຊ່ວງທີ່ມີການໃຊ້ຈ່າຍບັນເທົາທຸກຈາກພະຍາດ ໂຄວິດ-19 ທີ່ສູງ ແລະ ລາຍໄດ້ທີ່ຈຳກັດເນື່ອງການລະບາດໃຫຍ່. ກະຊວງການເງິນເປີດເຜີຍວ່າ "ຕົວເລກຂາດດຸນເດືອນກຸມພາເພີ້ມຂຶ້ນ 11 ຕື້ໂດລາ ຈາກເດືອນດຽວກັນຂອງປີ 2024 ເນື່ອງຈາກລາຍຈ່າຍດອກເບ້ຍໜີ້ສາທາລະນະ ປະກັນສັງຄົມ ແລະ ສະຫວັດດີການດ້ານສຸຂະພາບ ສູງກວ່າການເຕີບໂຕຂອງລາຍໄດ້.' ຜົນການສໍາຫຼວດສະແດງໃຫ້ເຫັນວ່າ ຜົນກະທົບພຽງສ່ວນໜ້ອຍຈາກພາສີນໍາເຂົ້າເບື້ອງຕົ້ນຂອງ ທ່ານ ດໍໂນລ ທຣໍາ ທີ່ມີຕໍ່ຄູ່ການຄ້າລາຍໃຫຍ່ ແລະຄວາມພະຍາຍາມຂອງລັດຖະບານໃນການຫຼຸດການໃຊ້ຈ່າຍຂອງລັດຖະບານລົງ ຈົນເຖິງຂະນະນີ້. ລາຍຮັບລວມໃນເດືອນກຸມພາຢູ່ທີ 296 ຕື້ໂດລາສະຫະລັດ ຊຶ່ງເປັນສະຖິຕິສູງສຸດໃນເດືອນນັ້ນ ຕົວເລກດັ່ງກ່າວເພີ້ມຂຶ້ນ 9% ຫຼື 25 ຕື້ໂດລາ ເມື່ອທຽບກັບຊ່ວງດຽວກັນຂອງປີກ່ອນ ແຕ່ລາຍຈ່າຍໃນເດືອນກຸມພາ ຢູ່ທີ່ 603 ຕື້ໂດລາ ຊຶ່ງກໍ່ຍັງເປັນສະຖິຕິສູງສຸດ ໃນເດືອນນັ້ນເຊັ່ນກັນ ແລະ ເພີ້ມຂຶ້ນ 6% ຫຼື 36 ຕື້ໂດລາ ເມື່ອທຽບກັບປີກ່ອນ. ຫຼັງຈາກການປັບປະຕິທິນສຳລັບລາຍຮັບແລະລາຍຈ່າຍແລ້ວ ຕົວເລກການຂາດດຸນທີ່ປັບແລ້ວ ຈະຢູ່ທີ່ 311 ຕື້ໂດລາ ຊຶ່ງເທົ່າກັບສະຖິຕິຂາດດຸນງົບປະມານໃນເດືອນກຸມພາ 2021 ໂດຍເກີດຈາກພະຍາດ ໂຄວິດ-19. ຄະນະກຳມະການເພື່ອຄວາມຮັບຜິດຊອບດ້ານງົບປະມານຂອງລັດຖະບານກາງ ຊຶ່ງເປັນກຸ່ມກວດສອບທາງການເງິນກ່າວວ່າ ການກູ້ຢືມຂອງລັດຖະບານໃນປີງົບປະມານນີ້ ມີມູນຄ່າປະມານ 8 ຕື້ໂດລາຕໍ່ວັນ. ລາຍຮັບໃນປີງົບປະມານປັດຈຸບັນເພີ້ມຂຶ້ນ 2% ຫຼື 37 ຕື້ໂດລາ ຂຶ້ນສູ່ລະດັບສູງສຸດທີ່ 1.893 ພັນຕື້ໂດລາ ແຕ່ລາຍຈ່າຍເພີ້ມຂຶ້ນ 13% ຫຼື 355 ຕື້ໂດລາ ຂຶ້ນສູ່ລະດັບສູງສຸດ 3.039 ພັນຕື້ໂດລາ. ອ່ານຂ່າວເປັນພາສາອັງກິດ he U.S. budget deficit for the first five months of fiscal 2025 hit a record $1.147 trillion, the Treasury Department said on Wednesday, including a $307 billion February deficit for President Donald Trump's first full month in office that was up 4% from a year earlier. The October-February deficit, which included nearly four months until January 20 under former president Joe Biden, topped the previous record $1.047 trillion from October 2020 to February 2021 - a period marked by high COVID-19 relief spending and pandemic-constrained revenues. The Treasury said February's deficit rose $11 billion from the same month in 2024, as outlays for debt interest, Social Security and health care benefits swamped growth in revenues. The results showed little impact from Trump's initial import tariffs on major trading partners and his administration's efforts to slash government spending so far. February receipts totaled $296 billion, a record for that month. That figure was up 9%, or $25 billion, compared with the year-earlier period. But outlays in February totaled $603 billion, also a record for that month, and up 6%, or $36 billion, from a year earlier. After calendar adjustments for both receipts and outlays, the adjusted deficit would have been $311 billion, matching the record February reported budget deficit in 2021, which was driven by COVID-19. The Committee for a Responsible Federal Budget, a fiscal watchdog group, said government borrowings so far this fiscal year work out to about $8 billion a day. "What needs no confirmation is that we are almost halfway through the fiscal year and yet we have done nothing in the way of making progress toward getting our skyrocketing debt under control," the group's president Maya MacGuineas said in a statement. Fiscal year-to-date receipts rose 2%, or $37 billion, to a record $1.893 trillion, but outlays grew 13%, or $355 billion, to a record $3.039 trillion.


Voice of America
12-03-2025
- Politics
- Voice of America
ກະຊວງສຶກສາທິການ ສະຫະລັດ ມີແຜນປົດພະນັກງານ 1,300 ຄົນ
ກະຊວງສຶກສາທິການຂອງສະຫະລັດ ມີແຜນຈະປົດພະນັກງານຫຼາຍກ່ວາ 1,300 ຄົນ ຊຶ່ງເປັນສ່ວນນຶ່ງຂອງຄວາມພະຍາຍາມຫຼຸດຈຳນວນພະນັກງານ ຂອງກະຊວງລົງເຄິ່ງນຶ່ງ ນີ້ຖືເປັນການເລີ້ມຕົ້ນແຜນການຍຸບກະຊວງດັ່ງກ່າວຂອງ ປະທານາທິບໍດີ ທ່ານ ດໍໂນລ ທຣໍາ. ອີງຕາມການລາຍງານ ຂອງອົງການຂ່າວເອພີ ເຈົ້າໜ້າທີ່ຂອງກະຊວງໄດ້ປະກາດປົດພະນັກງານເມື່ອວັນອັງຄານທີ່ຜ່ານມາ ຊຶ່ງໄດ້ເຮັດໃຫ້ເກີດມີຄໍາຖາມກ່ຽວກັບຄວາມສາມາດຂອງໜ່ວຍງານໃນການ ດຳເນີນງານຕາມປົກກະຕິ. ລັດຖະບານ ທ່ານ ດໍໂນລ ທຣໍາ ໄດ້ທຳການຫຼຸດຈຳນວນພະນັກງານຂອງກະຊວງ ໂດຍສະເໜີການຈ້າງອອກແລະປົດພະນັກງານທົດລອງງານອອກ. ກະຊວງດັ່ງກ່າວລະບຸວ່າຫຼັງຈາກການປົດພະນັກງານເມື່ອວັນອັງຄານຜ່ານມາ ພະນັກງານຂອງກະຊວງສຶກສາທິການຈະເຫຼືອພຽງເຄິ່ງນຶ່ງຂອງຈຳນວນ 4,100 ຄົນກ່ອນໜ້ານີ້. ການປົດພະນັກງານດັ່ງກ່າວເປັນສ່ວນນຶ່ງຂອງການຫຼຸດຂະໜາດລັດຖະບານຄັ້ງໃຫຍ່ ທີ່ ທ່ານ ດໍໂນລ ທຣໍາ ສັ່ງການ, ໃນຂະນະທີ່ທ່ານເຄື່ອນໄຫວເພື່ອຫຼຸດຂະໜາດຂອງລັດຖະບານກາງ. ຄາດວ່າຈະມີການປົດພະນັກງານ ຫຼາຍພັນຄົນໃນກະຊວງກິດຈະການທະຫານຜ່ານເສິກ, ສຳນັກງານປະກັນສັງຄົມ ແລະໜ່ວຍງານອື່ນໆ. ນອກຈາກນີ້ກະຊວງຍັງຍົກເລີກສັນຍາເຊົ່າອາຄານໃນເມືອງຕ່າງໆ ເຊັ່ນ ນິວຢອກ, ບອສຕັນ, ຊິກາໂກ ແລະ ຄລິຟແລນ ເຈົ້າໜ້າທີ່ກ່າວ. ເຈົ້າໜ້າທີ່ກະຊວງກ່າວວ່າ ກະຊວງຈະຍັງຄົງດຳເນີນການຕາມໜ້າທີ່ຫຼັກເຊັ່ນ ການແຈກຢາຍເງິນຊ່ວຍເຫຼືອຈາກລັດຖະບານກາງໃຫ້ໂຮງຮຽນ, ການບໍລິຫານ ເງິນກູ້ຢືມເພື່ອການສຶກສາ ແລະ ການກຳກັບດູແລເງິນຊ່ວຍເຫຼືອຂອງລັດຖະບານກາງ. 'ການດຳເນີນການຫຼຸດຈຳນວນພະນັກງານໃນມື້ນີ້ສະທ້ອນໃຫ້ເຫັນເຖິງຄວາມຕັ້ງ ໃຈຂອງກະຊວງສຶກສາທິການທີ່ມີຕໍ່ປະສິດທິພາບ, ຄວາມຮັບຜິດຊອບ ແລະ ການຮັບ ຮອງວ່າຊັບພະຍາກອນຈະຖືກນໍາໄປໃຊ້ໃນບ່ອນທີ່ສຳຄັນທີ່ສຸດນັ້ນ ຄືນັກຮຽນ, ຜູ້ປົກຄອງ ແລະ ຄູ,' ທ່ານ ນາງ ລິນດາ ແມັກມານ (Linda McMahon) ລັດຖະມົນຕີກະຊວງສຶກສາທິການກ່າວ. ທ່ານ ນາງ ແມັກມານ ໄດ້ແຈ້ງໃຫ້ພະນັກງານໃຫ້ກຽມຮັບມືກັບການຕັດພະນັກງານຄັ້ງໃຫຍ່ຕາມເອກະສານທີ່ອອກເມື່ອວັນທີ 03 ມີນາ ຊຶ່ງເປັນວັນທີ່ ທ່ານ ນາງໄດ້ຮັບການຮັບຮອງຈາກສະພາສູງ, ທ່ານນາງກ່າວວ່າເປັນ 'ພາລະກິດ ສຸດທ້າຍ' ຂອງກະຊວງໃນການຈັດການຄວາມຫຍຸ້ງຍາກຂອງລະບົບລັດຖະ ບານ ແລະ ສົ່ງມອບອຳນາດຂອງໜ່ວຍງານໃຫ້ກັບລັດຕ່າງໆ. ອ່ານຂ່າວເປັນພາສາອັງກິດ The Education Department plans to lay off more than 1,300 of its employees as part of an effort to halve the organization's staff — a prelude to President Donald Trump's plan to dismantle the agency. Department officials announced the cuts Tuesday, raising questions about the agency's ability to continue usual operations. The Trump administration had been whittling the agency's staff though buyout offers and the termination of probationary employees. After Tuesday's layoffs, the Education Department's staff will sit at roughly half of its previous 4,100, the agency said. The layoffs are part of a dramatic downsizing directed by Trump as he moves to reduce the footprint of the federal government. Thousands of jobs are expected to be cut across the Department of Veterans Affairs, the Social Security Administration and other agencies. The department is also terminating leases on buildings in cities including New York, Boston, Chicago and Cleveland, officials said. Department officials said it would continue to deliver on its key functions such as the distribution of federal aid to schools, student loan management and oversight of Pell Grants. "Today's reduction in force reflects the Department of Education's commitment to efficiency, accountability, and ensuring that resources are directed where they matter most: to students, parents, and teachers," Education Secretary Linda McMahon said. McMahon told employees to brace for profound cuts in a memo issued March 3, the day she was confirmed by the Senate. She said it was the department's "final mission" to eliminate bureaucratic bloat and turn over the agency's authority to states.


Voice of America
10-03-2025
- Politics
- Voice of America
ທ່ານ ມາຣໂກ ຣູບີໂອ ມຸ້ງໜ້າສູ່ຊາອຸດີອາຣາເບຍ ເພື່ອເຈລະຈາ ລະຫວ່າງ ສະຫະລັດ ກັບ ຢູເຄຣນ
ທ່ານ ມາຣໂກ ຣູບີໂອ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ຈະເດິນທາງເຖິງເມືອງ ເຈດດາ ປະເທດຊາອຸດິອາຣາເບຍ ໃນວັນຈັນມື້ນີ້ ເພື່ອການເຈລະຈາລະຫວ່າງສະຫະລັດ ກັບ ຢູເຄຣນ ຂະນະທີ່ປະທານາທິບໍດີ ທ່ານ ດໍໂນລ ທຣໍາ ພະຍາຍາມຊຸກຍູ້ໃຫ້ສົງຄາມຣັດເຊຍ-ຢູເຄຣນ ຍຸຕິລົງຢ່າງ ວ່ອງໄວ ເຖິງວ່າຣັດເຊຍ ຈະໂຈມຕີໂຄງສ້າງພື້ນຖານຂອງດ້ານພະລັງງານຂອງ ຢູເຄຣນ ທາງອາກາດຄັ້ງໃຫຍ່ຄັ້ງຫຼ້າສຸດກໍຕາມ. ຄະນະຢູ່ເມືອງ ເຈດດາ ທ່ານ ຣູບີໂອ ຈະພົບປະກັບ ເຈົ້າຊາຍ ຂອງຊາອຸດິ ອາຣາເບຍ ໂມຮໍາເມັດ ບິນ ຊາລມານ ອາລ ຊາອຸດ( Mohammed bin Salman Al Saud) ເພື່ອຫາລືເຖິງແນວທາງໃນການສົ່ງເສີມຜົນປະໂຫຍດ ຮ່ວມກັນໃນພາກພື້ນແລະເສີມສ້າງຄວາມສຳພັນລະຫວ່າງສະຫະລັດກັບຊາອຸດິ ອາຣາເບຍ, ທ່ານນາງ ແທມມີ ບຣຸສ (Tammy Bruce) ໂຄສົກກະຊວງການຕ່າງປະເທດກ່າວ. ກະຊວງການຕ່າງປະເທດລະບຸວ່າ ທ່ານ ຣູບີໂອ ' ໄດ້ເໜັ້ນໜັກເຖິງຄວາມຕັດ ສິນໃຈຂອງປະທານາທິບໍດີ ດໍໂນລ ທຣໍາ ທີ່ຈະຍຸຕິສົງຄາມໂດຍໄວທີ່ສຸດ ແລະ ເໜັ້ນໜັກວ່າທຸກຝ່າຍຕ້ອງດຳເນີນການເພື່ອຮັກສາສັນຕິພາບທີ່ຍືນຍົງ.' ໃນການໂທລະສັບຫາລືກັບທ່ານ ແອນດຣີ ຊີບີຮາ (Andrii Sybiha) ລັດຖະມົນຕີກະຊວງການຕ່າງປະເທດຢູເຄຣນ. ໃນວັນຈັນມື້ນີ້ ປະທານາທິບໍດີ ຢູເຄຣນ ທ່ານ ໂວໂລດີເມຍ ເຊເລນສກີ ຈະເດິນທາງຢ້ຽມຢາມຣາຊາອານາຈັກອ່າວເປີເຊຍ ເພື່ອພົບປະກັບອົງມົງກຸດ ໂມຮໍາເມັດ ບິນ ຊັລມານ ແຫ່ງ ຊາອຸດິອາຣາເບຍ ໃນນະຄອນຫຼວງ ຣີຢາດ ແຕ່ທ່ານອາດຈະບໍ່ເຂົ້າຮ່ວມການເຈລະຈາກັບເຈົ້າໜ້າທີ່ຂອງສະຫະລັດ ໃນວັນອັງຄານ. ໃນວັນອັງຄານບັນດານັກການທູດ ແລະ ຄະນະຜູ້ແທນກອງທັບ ຂອງຢູເຄຣນ ຊຶ່ງນໍາໂດຍ ທ່ານ ອັນເດຣ ເຍີມັັກ ທີ່ນຳພາໂດຍທີ່ປຶກສາຂອງ ທ່ານ ເຊເລນສກີ ຈະຢູ່ໃນ ຊາອຸດິອາຣາເບຍ ເພື່ອເຈລະຈາກັບເຈົ້າໜ້າທີ່ຂອງ ສະຫະລັດ. ທີມງານຂອງຢູເຄຣນ ຍັງລວມມີ ຊີບີຮາ ລັດຖະມົນຕີກະຊວງ ປ້ອງກັນປະເທດ ທ່ານ ຣັສເຕັມ ອູເມຣອຟ ແລະ ຜູ້ບັນຊາການທະຫານ ປາວະໂລ ປາລິຊາ. ທ່ານ ຣູບີໂອ ຈະເຂົ້າຮ່ວມກັບທີ່ປຶກສາຄວາມໝັ້ນຄົງແຫ່ງຊາດສະຫະລັດ ທ່ານ ໄມຄ໌ ວອລສ໌ (Mike Waltz) ໃນການເຈລະຈາກັບເຈົ້າໜ້າທີ່ຂອງຢູເຄຣນທີ່ ເມືອງ ເຈດດາ. ເຈົ້າໜ້າທີ່ລະດັບສູງຂອງກະຊວງການຕ່າງປະເທດກ່າວກັບສື່ມວນຊົນທີ່ເດິນ ທາງໄປນໍາວ່າ 'ການທີ່ພວກເຂົາ (ເຈົ້າໜ້າທີ່ລະດັບສູງຂອງຢູເຄຣນ) ກຳລັງ ເດິນທາງມາທີ່ນີ້ (ຊາອຸດິອາຣາເບຍ) ໃນລະດັບສູງນັ້ນຖືເປັນສັນຍານທີ່ດີ ສຳລັບເຮົາວ່າພວກເຂົາຕ້ອງການນັ່ງລົງແລະພ້ອມທີ່ຈະກ້າວໄປຂ້າງໜ້າ.' ເຈົ້າໜ້າທີ່ສະຫະລັດກ່າວວ່າເປົ້າໝາຍຂອງການເຈລະຈາໃນວັນອັງຄານຄືການ ບັນລຸຂໍ້ຕົກລົງສັນຕິພາບແລະການຢຸດຍິງເບື້ອງຕົ້ນ. ການເຈລະຈາລະຫວ່າງສະຫະລັດແລະຢູເຄຣນ ຈະເກີດຂຶ້ນສາມອາທິດຫຼັງຈາກ ເຈົ້າໜ້າທີ່ລະດັບສູງຂອງສະຫະລັດ ໄດ້ຫາລືກັບເຈົ້າໜ້າທີ່ຂອງຣັດເຊຍ ໃນນະຄອນຫຼວງ ຣີຢາດ. ອ່ານຂ່າວເປັນພາສາອັງກິດ U.S. Secretary of State Marco Rubio will arrive in Jeddah, Saudi Arabia, on Monday for U.S.-Ukraine talks as President Donald Trump pushes to broker a swift end to the Russia-Ukraine war, despite Russia's latest massive aerial attacks against Ukraine's energy infrastructure. While in Jeddah, Rubio will also meet with Saudi Crown Prince Mohammed bin Salman Al Saud to discuss ways to advance shared interests in the region and strengthen the U.S.-Saudi relationship, said State Department spokesperson Tammy Bruce. According to the State Department, Rubio has 'underscored President Trump's determination to end the war as soon as possible and emphasized that all sides must take steps to secure a sustainable peace' in a Friday call with Ukrainian Foreign Minister Andrii Sybiha. On Monday, Ukrainian President Volodymyr Zelenskyy will visit the Gulf kingdom for a meeting with Saudi Crown Prince Mohammed bin Salman in Riyadh. But he may not attend Tuesday's talks with the U.S. officials. On Tuesday, a Ukrainian diplomatic and military delegation led by Zelenskyy's chief of staff, Andriy Yermak, will remain in Saudi Arabia for talks with U.S. officials. The Ukrainian team will also include Sybiha, Defense Minister Rustem Umerov, and military commander Pavlo Palisa. Rubio will join U.S. National Security Adviser Mike Waltz for the Jeddah talks with Ukrainian officials. A senior State Department official told traveling press that 'the fact that they (Ukrainian officials) are coming here (Saudi Arabia) at senior levels is a good indication to us that they want to sit down and they're ready to move forward." U.S. officials have said the goal for Tuesday's talks is to get down a framework for a peace agreement and an initial ceasefire.