logo
#

Latest news with #ທຣຳ

ທ່ານ ທ​ຣຳ ຂົ່ມ​ຂູ່​ຈະ​ເກັບ​ພາ​ສີ​ຢ່າງ​ໃຫຍ່​ຕໍ່​ເຫຼົ້າ ຂອງ ຢູ​ໂຣບ
ທ່ານ ທ​ຣຳ ຂົ່ມ​ຂູ່​ຈະ​ເກັບ​ພາ​ສີ​ຢ່າງ​ໃຫຍ່​ຕໍ່​ເຫຼົ້າ ຂອງ ຢູ​ໂຣບ

Voice of America

time14-03-2025

  • Politics
  • Voice of America

ທ່ານ ທ​ຣຳ ຂົ່ມ​ຂູ່​ຈະ​ເກັບ​ພາ​ສີ​ຢ່າງ​ໃຫຍ່​ຕໍ່​ເຫຼົ້າ ຂອງ ຢູ​ໂຣບ

ປະ​ທານ​າ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນລ ທ​ຣຳ ໄດ້​ຂົ່ມ​ຂູ່​ສະ​ຫະ​ພາບ ຢູ​ໂຣບ ເມື່ອ​ວັນ​ພະ​ຫັດ​ວານນີ້​ວ່າ​ຈະ​ຂຶ້ນ​ພາ​ສີ​ 200 ເປີ​ເຊັນ​ຕໍ່​ເຫຼົ້າ​ໄວ​ນ໌, ແຊມ​ເປນ ແລະ ເຫຼົ້າ​ອື່ນໆ​ທີ່​ຜະ​ລິດ​ໃນ​ກຸ່ມ 27 ປະ​ເທດ​ນັ້ນຫຼັງ​ຈາກ ສະ​ຫະ​ພາບ ຢູ​ໂຣບ ຮຽກ​ເກັບ​ສິ່ງ​ທີ່​ທ່ານ​ກ່າວ​ວ່າ​ເປັນ 'ພາ​ສີ 50 ເປີ​ເຊັ​ນ​ທີ່​ເປັນ​ຕາ​ຂີ້​ດຽດ' ຕໍ່​ວິ​ສ​ກີ​ຂອງ ອາ​ເມ​ຣິ​ກາ. ທ່ານ ທ​ຣຳ ໄດ້​ໂຕ້​ແຍ້ງ​ໃນ​ຂໍ້​ຄວາມ​ທີ່​ຂຽນ​ລົງ​ໃນ​ສື່​ສັງ​ຄົມ Truth Social ຂອງ​ທ່ານ​ເອງວ່າ ສະ​ຫະ​ພາບ ຢູ​ໂຣບ ແມ່ນ 'ນຶ່ງ​ໃນອຳ​ນາ​ການ​ປົກ​ຄອງ​ທີ່​ອັນ​ຕະ​ລາຍ ແລະ ລະ​ເມີດ​ການ​ເກັບ​ພາ​ສີ ແລະ ເກັບ​ພາ​ສີ​ທີ່​ຮຸນ​ແຮງ​ທີ່​ສຸດ​ໃນ​ໂລກ' ໂດຍ​ກ່າວ​ວ່າ ສະ​ຫະ​ພາບ ຢູ​ໂຣບ ຖືກກໍ່​ຕັ້ງ​ຂຶ້ນ​ໃນ​ປີ 1993 'ເພື່ອ​ຈຸດ​ປະ​ສົງ​ດຽວ​ໃນ​ການ​ເອົາ​ປຽບ​ສະ​ຫະ​ລັດ ອາ​ເມ​ຣິ​ກາ' ​ທາງ​ເສດ​ຖະ​ກິດ. ຕໍ່​ມາ​ນັກ​ຂ່າວ​ຢູ່​ທຳ​ນຽບ​ຂາ​ວ​ຖາມ​ວ່າ ທ່ານ​ຈະ​ຍອມຫຼຸດ​ລະ​ດັບ​ການ​ຂູ່​ຂຶ້ນ​ພາ​ສີ​ກັບ​ພັນ​ທະ​ມິດ​ທາງ​ພູມ​ສາ​ການ​ເມືອງ​ຂອງ​ອາ​ເມ​ຣິ​ກາຫຼືບໍ່​, ທ່ານ ທ​ຣຳ ຕອບ​ວ່າ 'ເຮົາ​ຖືກ​ສໍ້​ໂກງ​ມາຫຼາຍ​ປີ​ແລ້ວ ແລະ ເຮົາ​ຈະ​ບໍ່​ຖືກ​ໂກງ​ອີກ​ຕໍ່​ໄປ​, ບໍ່, ຂ້ອຍ​ຈະ​ບໍ່ຫຼຸດ​ຜ່ອນ​ເລີຍ, ບໍ່​ວ່າ​ຈະ​ເປັນ​ອາ​ລູ​ມີ​ນຽມ ຫຼື ເຫຼັກ ຫຼື ລົດ​ກໍ​ຕາມ.' ໃນ​ເດືອນ​ທີ່​ຜ່ານ​ມາ, ທ່ານ ທ​ຣຳ ໄດ້ເປີດ​ສາກ​ຕໍ່​ສູ້​ເລື່ອງ​ພາ​ສີ​ຕອບ​ໂຕ້​ກັນ​ກັບ​ພັນ​ທະ​ມິດ​ທາງ​ການ​ຄ້າ​ລາຍ​ໃຫຍ່​ທີ່​ສຸດ​ຂອງ ສະ​ຫະ​ລັດ ໄດ້​ແກ່ ເມັກ​ຊິ​ໂກ, ກາ​ນາ​ດາ, ຈີນ ແລະ ສະ​ຫະ​ພາບ ຢູ​ໂຣບ ໂດຍ​ທ່ານ​ກ່າວ​ວ່າ​ເປັນ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ຢຸດ​ຢັ້ງ​ການ​ໄຫຼວຽນ​ຂອງ​ຢາ​ເສບ​ຕິດ ໂດຍ​ສະ​ເພາະ​ຢາເຟັນ​ຕານິ​ລ​ຈາກ ເມັກ​ຊິ​ໂກ ແລະ ກາ​ນາ​ດາ ເຂົ້າ​ສູ່ ສະ​ຫະ​ລັດ ລວມ​ເຖິງ​ພະ​ຍາ​ຍາມ​ຮຽກ​ຮ້ອງ​ຜູ້​ຜະ​ລິດ​ໃຫ້​ປິດ​ການ​ດຳ​ເນີນ​ງານ​ໃນ​ຕ່າງ​ປະ​ເທດ ແລະ ຍ້າຍ​ພວກ​ເຂົາ​ມາ ສະ​ຫະ​ລັດ ເພື່ອ​ສ້າງ​ງານ​ໃຫ້​ກັບ​ຊາວ​ອາ​ເມ​ຣິ​ກັນຫຼາຍ​ຂຶ້ນ. ໃນ​ວັນ​ພຸດ​ວານນີ້ ທ່ານ ທ​ຣຳ ໄດ້ຮຽກ​ເກັບ​ພາ​ສີ 25 ເປີ​ເຊັນ​ສຳ​ລັບ​ການ​ສົ່ງ​ອອກ​ເຫຼັກ ແລະ ອາ​ລູ​ມີ​ນຽມ​ມາ​ຍັງ ສະ​ຫະ​ລັດ ຈາກ 35 ປະ​ເທດ ລວມ​ເຖິງ​ກຸ່ມ​ສະ​ຫະ​ພາບ ຢູ​ໂຣບ. ຢູ​ໂຣບ ໄ​ດ້​ຕອບ​ໂຕ້​ຢ່າງວ່ອງ​ໄວ​ດ້ວຍ​ການ​ເກັບ​ພາ​ສີ​ນຳ​ເຂົ້າ​ສິນ​ຄ້າ​ຂອງ ສະ​ຫະ​ລັດ ມູນ​ຄ່າ 28,000 ໂດ​ລາ​ໄປ​ຍັງ​ປະ​ເທດ​ຕ່າງໆ ທີ່​ມີ​ຄວາມ​ສຳ​ພັນ​ໃກ້​ຊິດ​ກັບ ສະ​ຫະ​ລັດ ມາ​ດົນ​ນານ, ໃນ​ຂະ​ນະ​ດຽວ​ກັນ ກາ​ນາ​ດາ ກໍ​ໄດ້​ເກັບ​ພາ​ສີ​ນຳ​ເຂົ້າ​ສິນ​ຄ້າ​ຂອງ ສະ​ຫະ​ລັດ ມູນ​ຄ່າ 20,700 ລ້ານ​ໂດ​ລາ​ໄປ​ຍັງ​ເພື່ອ​ນ​ບ້ານ​ຕອນ​ເໜືອ​ຂອງ​ເຂົາ​ເຈົ້າເຊັ່ນ​ກັນ. ກາ​ນາ​ດາ ຍັງ​ໄດ້​ຂໍ​ໃຫ້​ອົງ​ການ​ການ​ຄ້າ​ໂລກ ຫາ​ລືກໍ​ລະ​ນີ​ຄວາມ​ຂັດ​ແຍ້ງ​ກັບ ສະ​ຫະ​ລັດ ກ່ຽວ​ກັບ ການ​ເກັບ​ພາ​ສີ​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ເຫຼັກ ແລະ ອາ​ລູ​ມີ​ນຽມ​ບາງ​ລາຍ​ຈາກ ການ​າ​ດາ, ອົງ​ການ​ການ​ຄ້າ​ນັ້ນ​ກ່າວ​ເມື່ອ​ວັນ​ພະ​ຫັດ​ວານນີ້. ອ່ານ​ຂ່າ​ວ​ນີ້​ເປັນ​ພາ​ສາ​ອັງ​ກິດ U.S. President Donald Trump on Thursday threatened the European Union with 200% tariffs on wine, champagne and other spirits produced in the 27-nation bloc after the EU levied what he said was "a nasty 50% tariff" on American-distilled whiskey. Trump contended in a post on his Truth Social media platform that the EU is "one of the most hostile and abusive taxing and tariffing authorities in the World." He said it was formed in 1993 "for the sole purpose of taking advantage of the United States" economically. Later, asked by a reporter at the White House whether he might back off his heightened tariff threats against America's geopolitical allies, Trump said, "We've been ripped off for years, and we're not going to be ripped off anymore. No, I'm not going to bend at all — aluminum or steel or cars." In the past month, Trump has been waging a tit-for-tat tariff fight with the United States' biggest trading partners — Mexico, Canada, China and the EU — in what he says is an effort to stanch the flow of drugs, especially fentanyl, into the U.S. from Mexico and Canada, and to persuade manufacturers to close their operations overseas and move them to the U.S. to create more American jobs. On Wednesday, Trump levied 25% tariffs on steel and aluminum exports to the U.S. from 35 countries, including the EU bloc. Europe quickly retaliated with its own tariffs on $28 billion worth of U.S. exports to countries that have long had close relations with the U.S., while Canada imposed new tariffs on $20.7 billion worth of U.S. exports to its northern neighbor. Canada also requested World Trade Organization dispute consultations with the U.S. over its imposition of import duties on certain steel and aluminum products from Canada, the trade body said on Thursday.

ຕະຫຼາດ​ຮຸ້ນ ສະ​ຫະ​ລັດ ຕົກ​ຢ່າງຫຼວງຫຼາຍ ໃນ​ຂະ​ນະ​ທີ່​ທ່ານ​ ທ​ຣຳ ປະ​ຕິ​ເສດ​ທີ່​ຈະ​ເວົ້າ ກ່ຽວ​ກັບ ພາ​ວະ​ເສດ​ຖະ​ກິດ​ຖົດ​ຖອຍ
ຕະຫຼາດ​ຮຸ້ນ ສະ​ຫະ​ລັດ ຕົກ​ຢ່າງຫຼວງຫຼາຍ ໃນ​ຂະ​ນະ​ທີ່​ທ່ານ​ ທ​ຣຳ ປະ​ຕິ​ເສດ​ທີ່​ຈະ​ເວົ້າ ກ່ຽວ​ກັບ ພາ​ວະ​ເສດ​ຖະ​ກິດ​ຖົດ​ຖອຍ

Voice of America

time11-03-2025

  • Business
  • Voice of America

ຕະຫຼາດ​ຮຸ້ນ ສະ​ຫະ​ລັດ ຕົກ​ຢ່າງຫຼວງຫຼາຍ ໃນ​ຂະ​ນະ​ທີ່​ທ່ານ​ ທ​ຣຳ ປະ​ຕິ​ເສດ​ທີ່​ຈະ​ເວົ້າ ກ່ຽວ​ກັບ ພາ​ວະ​ເສດ​ຖະ​ກິດ​ຖົດ​ຖອຍ

ດັດຊະ​ນີ​ຕະຫຼາດ​ຮຸ້ນ​ທັງ​ສາມ​ຂອງ ສະ​ຫະ​ລັດ ໄດ້​ຕົກ​ລົງ​ຢ່າງວ່ອງ​ໄວ​ໃນ​ການ​ຊື້​ຂາຍ​ຂອງວັນ​ຈັນ​ວານນີ້ ເນື່ອງ​ຈາກ​ນັກ​ລົງ​ທຶນ​ມີ​ຄວາມ​ເປັນ​ຫ່ວງ ກ່ຽວ​ກັບ ຄວາມບໍ່​ແນ່ນອນ​ຂອງ​ພາ​ສີ​ທີ່​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກຳ​ນົດ​ກັບ​ຄູ່​ຮ່ວມ​ມື​ທາງ​ການ​ຄ້າຫຼັກ ແລະ ຄວາມບໍ່​ເຕັມ​ໃຈ​ທີ່​ຈະ​ຕັດ​ຄວາມ​ເປັນ​ໄປ​ໄດ້​ຂອງ​ພາ​ວະ​ເສດ​ຖະ​ກິດ​ຖົດ​ຖອຍ​ຂອງ ສະ​ຫະ​ລັດ ໃນ​ອີກ​ບໍ່​ເທົ່າ​ໃດ​ເດືອນ​ຂ້າງ​ໜ້າ. ດັດ​ຊະ​ນີ Dow Jones ຊຶ່ງ​ປະ​ກອບ​ດ້ວຍ​ຮຸ້ນບ​ລູ​ຊິບ 30 ຮຸ້ນໄດ້ຫຼຸດ​ລົງ 2.1 ເມື່ອ​ສິ້ນ​ສຸດ​ການ​ຊື້​ຂາຍ​ຂອງ​ວັນ​ຈັນ ໂດຍ​ດັດ​ຊະ​ນີ S&P 500 ຫຼຸດ​ລົງ 2.7 ແລະ ດັດ​ຊະ​ນີ Nasdaq ຊຶ່ງ​ເນັ້ນ​ຮຸ້ນ​ເທັກ​ໂນ​ໂລ​ຈີ ຫຼຸດ​ລົງ 4 ເປີ​ເຊັນ. ດັດ​ຊະ​ນີ S&P 500 ໄດ້​ຕົກ​ລົງຫຼາຍ​ທີ່​ສຸດ​ໃຍ​ຮອບ​ວັນ​ນັບ​ຕັ້ງ​ແຕ່​ວັນ​ທີ 18 ທັນ​ວາ ແລະ ຕົກ​ລົງ 8.6 ເປີ​ເຊັນ​ຈາກ​ຈຸດ​ສູງ​ສຸດ​ຕະຫຼອດ​ການ​ທີ່​ເຮັດ​ໄວ້​ເມື່ອ​ບໍ່​ເຖິງ​ນຶ່ງ​ເດືອນ​ທີ່​ຜ່ານ​ມາ​ເມື່ອ​ວັນ​ທີ 19 ກຸມ​ພາ. ດັດ​ຊະ​ນີ Nasdaq ໄດ້​ຕົກ​ລົງຫຼາຍ​ທີ່​ສຸດ​ໃນ​ຮອບ​ວັນ​ນັບ​ຕັ້ງ​ແຕ່​ເດືອນ​ກັນ​ຍາ 2022. ເມື່​ອ​ອາ​ທິດ​ທີ່​ຜ່ານ​ມາ​ທ່ານ ທ​ຣຳ ໄດ້​ກຳ​ນົດ​ພາ​ສີ​ນຳ​ເຂົ້າ​ສິນ​ຄ້າ​ຈາກ ເມັກ​ຊິ​ໂກ ແລະ ການ​າ​ດາ ມາ​ຍັງ ສະ​ຫະ​ລັດ ໃນ​ອັດ​ຕາ 25 ເປີ​ເຊັນ ແລະ ລັງ​ຈາກ​ນັ້ນ​ບໍ່​ເທົ່າ​ໃດ​ວັນ ທ່ານ ທ​ຣຳ ກໍ​ໄດ້​ລະ​ງັບ​ການ​ຮຽກ​ເກັບ​ພາ​ສີ​ດັ່ງ​ກ່າວ​ຈົນ​ເຖິງວັນ​ທີ 2 ເມ​ສາ ສົງ​ຜົນ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ​ຍັງ​ຄົງ​ບໍ່​ໝັ້ນ​ໃຈ. ເມື່ອ​ທ້າຍ​ອາ​ທິດ​ທີ່​ຜ່ານ​ມາ ທ່ານ ຮາວ​ເຫວີດ ລັດ​ນິກ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຄ້າ​ກ່າວ​ກັບ​ໂທ​ລະ​ພາບ NBC ວ່າ 'ຈະ​ບໍ່​ມີ​ພາ​ວະ​ເສດ​ຖະ​ກິດ​ຖົດ​ຖອຍ​ໃນ ອາ​ເມ​ຣິ​ກາ' ແຕ່​ທ່ານ ທ​ຣຳ ຊ້ຳ​ພັດຫຼີກ​ລ່ຽງ​ທີ່​ຈະ​ເວົ້າ​ເຖິງ​ເລື່ອງນີ້. ຜູ້​ນຳ ສະ​ຫະ​ລັດ ກ່າວ​ກັບ​ໂທ​ລະ​ພາບ Fox News ວ່າ 'ຂ້າ​ພະ​ເຈົ້າ​ບໍ່​ຢາກ​ຄາດ​ເດົາ​ວ່າ​ແມ່ນ​ຫຍັງ​ຈະ​ເກີດ​ຂຶ້ນ​ແບບ​ນັ້ນ. ມັນ​ມີ​ຊ່ວງ​ເວ​ລາ​ປ່ຽນ​ຜ່ານ ເພາະ​ສິ່ງ​ທີ່​ເຮົາ​ກຳ​ລັງ​ເຮັດ​ຢູ່​ນັ້ນ​ຍິ່ງ​ໃຫຍ່ຫຼາຍ ເຮົາ​ກຳ​ລັງ​ນຳ​ຄວາມ​ໝັ້ນ​ຄົງ​ກັບ​ຄືນ​ມາ​ສູ່ ສະ​ຫະ​ລັດ ອາ​ເມ​ຣິ​ກາ ນັ້ນ​ເປັນ​ເລື່ອງ​ໃຫຍ່.' ທ່ານ​ກ່າວ​ເສີມ​ວ່າ 'ຕ້ອງ​ໃຊ້​ເວ​ລາ​ອີກ​ແດ່.' ການ​ດຳ​ເນີນ​ການ​ຂຶ້ນ​ພາ​ສີ​ທີ່​ເກີດ​ຂຶ້ນ​ແລະ​ບໍ່​ເກີດ​ຂຶ້ນ​ຂອງ​ທ່ານ ທ​ຣຳ ໄດ້​ເຮັດ​ໃຫ້​ດັດ​ຊະ​ນີ S&P 500 ຂຶ້ນຫຼື​ລົງຫຼາຍກວ່າ 1 ເປີ​ເຊັນ​ເຖິງ 7 ຄັ້ງ​ໃນ 8 ວັນ. ຄາດ​ວ່າ​ການ​ຂຶ້ນ​ພາ​ສີ​ຮອບ​ຕໍ່​ໄປ​ຈະ​ເກີດ​ຂຶ້ນ​ໃນ​ວັນ​ພຸດ ໂດຍ​ຈະ​ເລີ່ມ​ເກັບ​ພາ​ສີ​ເຫຼັກ ແລະ ອາ​ລູ​ມີ​ນຽມ 25 ເປີ​ເຊັນ. ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ All three major U.S. stock indexes dropped sharply in Monday's trading, with investors worried about the uncertainty of tariffs President Donald Trump imposed on key trading partners and his reluctance to rule out the possibility of a U.S. recession in the coming months. The key Dow Jones average of 30 blue chip stocks dropped 2.1% by the end of trading Monday, with the broader S&P 500 index falling 2.7% and the tech-heavy Nasdaq barometer off 4%. The S&P 500 had its biggest one-day drop since December 18 and is down 8.6% from its all-time high set less than one month ago, on February 19. The Nasdaq had its largest single-day percentage drop since September 2022. Trump imposed new 25% tariffs on Mexican and Canadian exports to the U.S. last week and then days later paused the duties until April 2, leaving investors in a state of uncertainty. "There's going to be no recession in America," Commerce Secretary Howard Lutnick told NBC News over the weekend, but Trump hedged on the issue. "I hate to predict things like that," the U.S. leader told Fox News. "There is a period of transition because what we're doing is very big. We're bringing wealth back to America. That's a big thing." "It takes a little time," he added. Trump's on-again, off-again tariff actions have led the S&P 500 to swing more than 1%, up or down, seven times in eight days. The next round of tariffs is expected to take place Wednesday, when levies of 25% on steel and aluminum are due to go into effect.

ເຮືອ​ບິນ​ຂັ​ບ​ໄລ່​ຂອງກອງ​ທັບ​ອາ​ກາດ ສະ​ຫະ​ລັດ ສະ​ກັດ​ກັ້ນ​ເຮືອ​ບິນ​ພົນ​ລະ​ເຮືອ​ນ​ທີ່​ບິນ​ຂ້າ​ມເຂດ​ໜ່ານ​ຟ້າ​ໃກ້​ກັບສະ​ໂມ​ສອນກ໊ອຟຂອງ​ທ່ານ ທ​ຣຳ
ເຮືອ​ບິນ​ຂັ​ບ​ໄລ່​ຂອງກອງ​ທັບ​ອາ​ກາດ ສະ​ຫະ​ລັດ ສະ​ກັດ​ກັ້ນ​ເຮືອ​ບິນ​ພົນ​ລະ​ເຮືອ​ນ​ທີ່​ບິນ​ຂ້າ​ມເຂດ​ໜ່ານ​ຟ້າ​ໃກ້​ກັບສະ​ໂມ​ສອນກ໊ອຟຂອງ​ທ່ານ ທ​ຣຳ

Voice of America

time10-03-2025

  • Politics
  • Voice of America

ເຮືອ​ບິນ​ຂັ​ບ​ໄລ່​ຂອງກອງ​ທັບ​ອາ​ກາດ ສະ​ຫະ​ລັດ ສະ​ກັດ​ກັ້ນ​ເຮືອ​ບິນ​ພົນ​ລະ​ເຮືອ​ນ​ທີ່​ບິນ​ຂ້າ​ມເຂດ​ໜ່ານ​ຟ້າ​ໃກ້​ກັບສະ​ໂມ​ສອນກ໊ອຟຂອງ​ທ່ານ ທ​ຣຳ

ເຮືອ​ບິນ​ຂັບ​ໄລ່​ຂອງກອງ​ທັບ​ອາ​ກາດ ສະ​ຫະ​ລັດ ໄດ້​ສະ​ກັດ​ກັ້ນ​ເຮືອ​ບິນ​ພົນ​ລະ​ເຮືອນ​ທີ່​ບິນ​ຢູ່​ໃນ​ໜ່ານ​ຟ້າ​ທີ່​ຈຳ​ກັດ​ຊົ່ວ​ຄາວ​ໃກ້​ບ້ານ​ຂອງ​ທ່ານ ດໍ​ໂນ​ລ ທ​ຣຳ ໃນ​ລັດ​ຟ​ລໍ​ຣິ​ດາ ເມື່ອ​ວັນ​ອາ​ທິດ​ວານນີ້ ສົ່ງ​ຜົນ​ໃຫ້​ມີ​ຈຳ​ນວນ​ການ​ລະ​ເມີດ​ເພີ່ມ​ຂຶ້ນ​ເປັນຫຼາຍກວ່າ 20 ຄັ້ງ​ນັບ​ຕັ້ງ​ແຕ່​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ເຂົ້າ​ຮັບ​ຕຳ​ແໜ່ງ​ເມື່ອ​ວັນ​ທີ 20 ມັງ​ກອນ​ທີ່​ຜ່ານ​ມາ. ກອງ​ບັນ​ຊາ​ການ​ປ້ອງ​ກັນ​ອະ​ວະ​ກາດ​ອາ​ເມ​ຣິ​ກາ​ເໜືອ​ ຫຼື NORAD ກ່າວ​ໃນ​ຖະ​ແຫຼງ​ການ​ວ່າ ເຫດ​ການ​ເມື່ອ​ວັນ​ອາ​ທິດ​ວານນີ້ ຊຶ່ງ​ເກີດ​ຂຶ້ນ​ໃນ​ຂະ​ນະ​ທີ່​ທ່ານ ທ​ຣຳ ກຳ​ລັງຫຼິ້ນ​ກິ​ລາ​ກອ​ລ​ຟ​ແລ້ວສຳ​ເລັດ​ຢູ່​ສະ​ໜາມ​ກິ​ລາກອ​ລ​ຟ​ຂອງ​ທ່ານ​ໃນ​ເມືອງ ເວັ​ສ​ພາມ​ບີດ​ຈ໌ ພົບ​ວ່າ​ເຮືອ​ບິນ F-16 ໄດ້​ຍິງ​ບັ້ງ​ໄຟ​ເຕືອນ​ເພື່ອ​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ນັກ​ບິນ​ພົນ​ລະ​ເຮືອນ. ນອກ​ຈາກນີ້ ເຮືອ​ບິນ​ຂັບ​ໄລ່​ຍັງ​ໄດ້​ທຳ​ການ​ສະ​ກັດ​ກັ້ນ​ເມື່ອ​ວັນ​ເສົາ​ທີ່​ຜ່ານ​ມາບໍ່​ດົນຫຼັງ​ຈາກ​ທີ່​ທ່ານ ທ​ຣຳ ໄປ​ເຖິງ​ສະ​ໜາມກອ​ລ​ຟ​ຈາກ​ສະ​ໂມ​ສອນ Mar-a-Lago ແລະ ບ້ານ​ພັກ​ສ່ວນ​ຕົວ​ຂອງ​ທ່ານ. ​ການ​ລ່ວງ​ລ້ຳ​ເຂດ​ໜ່ານ​ຟ້າ​ທາງ​ພາກ​ໃຕ້​ຂອງ​ລັດ ຟ​ລໍ​ຣິ​ດາ ຊຶ່ງ​ມີ​ການ​ຈາ​ລະ​ຈອນ​ຢ່າງ​ໜາ​ແໜ້ນນັ້ນ​ໄດ້​ເຮັດ​ໃຫ້​ເຮືອ​ບິນ​ຂັບ​ໄລ່​ຕ້ອງ​ທຳ​ການ​ສະ​ກັດ​ກັ້ນ ແຕ່​ເຈົ້າ​ໜ້າ​ທີ່​ລະ​ບຸ​ວ່າບໍ່​ໄດ້​ປ່ຽນ​ແປງ​ຕາ​ຕະ​ລາງ​ເວ​ລາ​ຂອງ​ທ່ານ ທ​ຣຳ ຫຼື ສົ່ງ​ຜົນ​ກະ​ທົບ​ຕໍ່​ຄວາມ​ປອດ​ໄພ​ຂອງ​ທ່ານ. NORAD ກ່າວ​ວ່າ​ບັ້ງ​ໄຟ​ສັນ​ຍານ​ອາດ​ແນມ​ເຫັນ​ໄດ້​ຈາກ​ພື້ນ​ດິນ ແຕ່​ບັ້ງ​ໄຟ​ສັນ​ຍານ​ເຫຼົ່າ​ນີ້​ຈະ​ເຜົາ​ໄໝ້​ຢ່າງວ່ອງ​ໄວ ແລະ ບໍ່​ກໍ່​ໃຫ້​ເກີດ​ອັນ​ຕະ​ລາຍ. ບັນ​ດາ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ກາງ​ຍັງ​ຄົງ​ຈຳ​ກັດ​ການ​ບິນ​ເໜືອ​ສະ​ໂມ​ສອນ​ຂອງ​ທ່ານ ທ​ຣຳ ຢ່າງ​ຖາ​ວອນ ໂດຍ​ຂະ​ຫຍາຍ​ລັດ​ສະ​ໝີ​ການ​ບິນ​ເປັນ 30 ໄມ​ທະ​ເລ ເມື່ອ​ປະ​ທາ​ທິ​ບໍ​ດີ​ຢູ່​ໃນ​ທີ່​ພັກ​ອາ​ໄສ​ດັ່ງ​ກ່າວ. ການ​ລະ​ເມີດ ແລະ ການ​ສະ​ກັດ​ກັ້ນ​ຖື​ເປັນ​ເລື່ອງ​ປົກ​ກະ​ຕິ, ແຕ່ NORAD ກຳ​ລັງ​ສົ່ງ​ສັນ​ຍານ​ເຕືອນ​ເຖິງ​ຄວາມ​ຖີ່​ຂອງ​ການ​ບຸກ​ລຸກ​ ນັບ​ຕັ້ງ​ແຕ່​ທ່ານ ທ​ຣຳ ເຂົ້າ​ຮັບ​ຕຳ​ແໜ່ງ ໂດຍ​ລະ​ບຸ​ວ່າ​ໄດ້​ຕອບ​ສະ​ໜອງ​ຕໍ່​ເຫດ​ການຫຼາຍກວ່າ 20 ຄັ້ງ ແລະ ກ່າວ​ໂທດ​ນັກ​ບິນ​ພົນ​ລະ​ເຮືອນ​ທີ່ບໍ່​ປະ​ຕິ​ບັດ​ຕາມ​ກົດ​ລະ​ບຽບ​ທີ່​ກຳ​ນົດ​ໄວ້ ໃຫ້​ກວດ​ສອບ​ຂໍ້​ຈຳ​ກັດ​ໃນ​ໜ່ານ​ຟ້າ​ກ່ອນ​ຂຶ້ນ​ບິນ. ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ Air Force fighter jets intercepted a civilian aircraft flying in the temporarily restricted airspace near Donald Trump's Florida home Sunday, bringing the number of violations to more than 20 since the president took office on Jan. 20. North American Aerospace Defense Command said in a statement that Sunday's incident, which took place as Trump finished a round of golf at his West Palm Beach golf course, saw F-16s deploy flares to get the attention of the civilian pilot. Jets also conducted an intercept Saturday morning shortly after Trump arrived at the course from his private Mar-a-Lago club and residence. The airspace intrusions in the heavily congested south Florida airspace have prompted fighter jet intercepts but did not alter Trump's schedule or impact his security, officials said. NORAD says the flares may have been visible from the ground but that they burn out quickly and don't pose danger. Federal officials maintain a permanent flight restriction over Trump's club that expands to a radius of 30 nautical miles when the president is in residence. Violations, and intercepts, are relatively routine, but NORAD is raising alarm over the frequency of the intrusions since Trump's inauguration, saying it has responded to more than 20 incidents and blames civilian pilots for not following regulations requiring them to check for airspace restrictions before taking off.

ທ່ານ ທຣຳ ປະກາດວ່າ 'ອາເມຣິກາ ກັບມາແລ້ວ' ປ້ອງກັນການກຳນົດພາສີ ແລະ ນະໂຍບາຍອື່ນ ໃນຄຳປາໄສຕໍ່ລັດຖະສພາ
ທ່ານ ທຣຳ ປະກາດວ່າ 'ອາເມຣິກາ ກັບມາແລ້ວ' ປ້ອງກັນການກຳນົດພາສີ ແລະ ນະໂຍບາຍອື່ນ ໃນຄຳປາໄສຕໍ່ລັດຖະສພາ

Voice of America

time07-03-2025

  • Business
  • Voice of America

ທ່ານ ທຣຳ ປະກາດວ່າ 'ອາເມຣິກາ ກັບມາແລ້ວ' ປ້ອງກັນການກຳນົດພາສີ ແລະ ນະໂຍບາຍອື່ນ ໃນຄຳປາໄສຕໍ່ລັດຖະສພາ

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ເມື່ອ​ຄືນ​ວັນ​ອັງ​ຄານ​ວານນີ້​ໄດ້​ກ່າວ​ປ້ອງ​ກັນ​ການ​ກຳ​ນົດ​ພາ​ສີ​ໃໝ່ຕໍ່​ບັນ​ດາ​ຄູ່​ຮ່ວມ​ມື​ການ​ຄ້າ ສະ​ຫະ​ລັດ ແລະ ສັນ​ຍາ​ວ່າ​ຈະ​ມີ​ມາ​ຕື່ມ​ອີກ ໃນ​ຄຳ​ປາ​ໄສ​ຕໍ່​ກອງ​ປະ​ຊຸມ​ຮ່ວມ​ຂອງ​ລັດ​ຖະ​ສະ​ພາ. ທ່ານ ທ​ຣຳ ໄດ້​ກ່າວ​ໃນ​ສິ່ງ​ທີ່​ເປັນຄຳ​ປາ​ໄສ​ທຳ​ອິດ​ຂອງ​ທ່ານ​ຕໍ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ ສະ​ຫະ​ລັດ ໃນ​ສະ​ໄໝ​ທີ​ສອງ​ຂອງ​ທ່ານ​ວ່າ 'ປະ​ເທດ​ອື່ນໆ​ໄດ້ກຳ​ນົດ​ພາ​ສີ​ຕໍ່​ພວກ​ເຮົາ​ມາຫຼາຍ​ທົດ​ສະ​ວັດ, ແລະ ຕອນນີ້​ກໍ​ເປັນ​ທີ​ຂອງ​ພວກ​ເຮົາ.' ຄຳ​ປາ​ໄສ​ດັ່ງ​ກ່າວ​ໄດ້​ມີ​ຂຶ້ນຫຼັງ​ຈາກ​ ສະ​ຫະ​ລັດ ກຳ​ນົດ​ພາ​ສີ 25 ເປີ​ເຊັນ​ໃນ​ຕອນ​ເຊົ້​າ​ວັນ​ອັງ​ຄານ​ວານນີ້ ​ຕໍ່​ການ​ສົ່ງ​ອອກ​ຈາກ​ຄູ່​ຮ່ວມ​ມື​ການ​ຄ້າ​ທີ່​ໃຫຍ່​ທີ່​ສຸດ​ສອງ​ປະ​ເທດ​ຄື ກາ​ນາ​ດາ ແລະ ເມັກ​ຊິ​ໂກ ແລະ ໄດ້​ເພີ່ມ​ພາ​ສີ​ຕໍ່​ ຈີນ ຂຶ້ນ​ເປັນ​ສອງ​ເທົ່າ​ຈາກ​ກ່ອນ​ໜ້ານີ້ 10 ເປີ​ເຊັນ​ເປັນ 20 ເປີ​ເຊັນ. ຈີນ ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ອັນ​ດັບ​ສ​າມ​ຂອງ ສະ​ຫະ​ລັດ. ຕະຫຼາດ​ຮຸ້ນ ສະ​ຫະ​ລັດ ແມ່ນ​ໄດ້​ຕົກ​ລົງ​ຢ່າງຫຼວງຫຼາຍ, ແລະ ສາມ​ປະ​ເທດ​ດັ່ງ​ກ່າວ​ໄດ້​ຂົ່ມ​ຂູ່​ການ​ແກ້​ແຄ້ນ, ຈົນ​ກໍ່​ໃຫ້​ເກີດ​ຄວາມ​ເປັນ​ຫ່ວງ ກ່ຽວ​ກັບ ສົງ​ຄາມ​ການ​ຄ້າ​ທີ່​ກວ້າງ​ອອກ. ທ່ານ ທ​ຣຳ ຍັງ​ໄດ້​ກ່າວ​ວ່າ ສະ​ຫະ​ລັດ ຈະ​ເລີ່ມ​ກຳ​ນົດ 'ພາ​ສີ​ຕອບ​ກັບ' ຕໍ່​ຄູ່​ຮ່ວມ​ມື​ການ​ຄ້າ ສະ​ຫະ​ລັດ ທັງ​ໝົດ​ໃນ​ວັນ​ທີ 2 ເມ​ສາ. ທ່ານ​ໄດ້​ກ່າວ​ວ່າ 'ແມ່ນ​ຫຍັງ​ກໍ​ຕາມ​ທີ່​ເຂົາ​ເຈົ້າກຳ​ນົດ​ພາ​ສີ​ຕໍ່​ພວກ​ເຮົາ, ພວກ​ເຮົາ​ກໍ​ຈະກຳ​ນົດ​ພາ​ສີ​ນຳ​ເຂົາ​ເຈົ້າ​ຄືນ. ບໍ່​ວ່າ​ພາ​ສີ​ຫຍັງ​ກໍ​ຕາມ​ທີ່​ເຂົາ​ເຈົ້າ​ເກັບ​ນຳ​ເຮົາ, ເຮົາ​ກໍ​ຈະ​ເກັບ​ນຳ​ເຂົາ​ເຈົ້າ.' ທ່ານ ທ​ຣຳ ກ່າວຕື່ມ​ວ່າ 'ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ມັນ​ເປັນ​ວັນ​ທີ 1 ເມ​ສາ, ແຕ່​ຂ້າ​ພະ​ເຈົ້າ​ບໍ່​ໄດ້​ຢາກ​ໃຫ້​ມັນ​ຖືກ​ກ່າວ​ຫາ​ວ່າ​ເປັນ​ວັນ​ຂີ້​ຕົວະ​ຂອງ​ເດືອນ​ເມ​ສາ.' ທ່ານ ທ​ຣຳ ຍັງ​ໄດ້​ກ່າວ​ວ່າ​ທ່ານ​ຈະ​ກຳ​ນົດ​ພາ​ສີ 25 ເປີ​ເຊັນ​ຕໍ່​ການ​ນຳ​ເຂົ້າ​ອາ​ລູ​ມີ​ນຽມ​, ທອງ​ແດງ, ໄມ້​ແປ​ຮູບ ແລະ ເຫຼັກ. ຄຳ​ປາ​ໄສ​ຂອງ​ທ່ານ ທ​ຣຳ ມີ​ຂຶ້ນ 6 ອາ​ທິດ​ໃນ​ການ​ດຳ​ລົງ​ຕຳ​ແໜ່ງ​ຂອງ​ທ່ານ, ເຊິ່ງ​ເຕັມ​ໄປ​ດ້ວຍ​ຄວາມ​ຕຶງ​ຄຽດ​ກັບ​ພັນ​ທະ​ມິດ​ຂອງ ສະ​ຫະ​ລັດ, ການ​ປ່ຽນ​ແປງ​ນະ​ໂຍ​ບາຍ​ຕ່າງ​ປະ​ເທດ ແລະ ການ​ປະ​ຕິ​ຮູບ​ລັດ​ຖະ​ບານ​ກາງ. ທຳ​ນຽບ​ຂາວ​ກ່າວ​ເມື່ອ​ວັນ​ຈັນ​ທີ່​ຜ່ານ​ມາ​ວ່າ ຫົວ​ຂໍ້​ຂອງ​ຄຳ​ປາ​ໄສ​ນີ້​ຄື 'ການ​ຟື້ນ​ຟູ​ຄວາມ​ຝັນ​ແບບ​ອາ​ເມ​ຣິ​ກັນ.' ດ້ວຍ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ທ່ານ ເຈ​ດີ ແວນ​ສ໌ ແລະ ປະ​ທານ​ສະ​ພາ​ຕ່ຳ ສະ​ຫະ​ລັດ ທ່ານ ໄມ​ຄ໌ ຈອ​ນ​ສັນ ນັ່ງ​ຢູ່​ທາງຫຼັງ​ທ່ານ, ທ່ານ ທ​ຣຳ ກໍ​ໄດ້​ເລີ່ມ​ຄຳ​ປາ​ໄສ​ຂອງ​ທ່ານ​ດ້ວຍ​ການ​ປະ​ກາດວ່າ 'ອາ​ເມ​ຣິ​ກາ ໄດ້​ກັບ​ມາ​ແລ້ວ,' ​ຈົນກໍ່​ໃຫ້​ເກີດ​ສຽງ​ຮ້ອງ​ເຊຍ​ຄຳ​ວ່າ 'USA' ຈາ​ກ​ບັນ​ດາ​ສະ​ມາ​ຊິກ​ສະ​ພາສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ. ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ U.S. President Donald Trump in a Tuesday night speech to a joint session of Congress defended his new tariffs on U.S. trading partners and pledged that more are coming. 'Other countries have used tariffs against us for decades, and now it's our turn,' Trump said in what was his first address to U.S. lawmakers of his second term. The remarks came after the United States imposed 25% tariffs earlier Tuesday on exports from its two biggest trading partners, Canada and Mexico, and doubled an earlier 10% tariff on Chinese imports to 20%. China is the No. 3 U.S. trading partner. U.S. stock markets have taken a significant tumble, and the three countries have threatened retaliation, prompting concerns of a broader trade war. Trump also said the United States will begin imposing 'reciprocal tariffs' on all U.S. trading partners on April 2. 'Whatever they tariff us, we will tariff them,' he said. 'Whatever they tax us, we will tax them.' 'I wanted to make it April 1, but I didn't want to be accused of April Fool's Day,' Trump added. Trump also said he will impose a 25% tariff on imports of foreign aluminum, copper, lumber and steel. Trump's address comes six weeks into his second term, which has been marked by tensions with U.S. allies, shifts in foreign policy and an overhaul of the federal government. The White House on Monday said the theme of the address was the 'renewal of the American dream.' With Vice President JD Vance and Speaker of the U.S. House of Representatives Mike Johnson seated behind him, Trump began his speech by proclaiming that 'America is back,' triggering chants of 'USA' from Republican lawmakers.

ຝ​ຣັ່ງ ແບ່ງ​ປັນ​ຂໍ້​ມູນ​ລັບ​ກັບ ຢູ​ເຄ​ຣນ ຫຼັງ​ຈາກ ສະ​ຫະ​ລັດ ຢຸດ​.ໃຫ້ການ​ຮ່ວມ​ມື
ຝ​ຣັ່ງ ແບ່ງ​ປັນ​ຂໍ້​ມູນ​ລັບ​ກັບ ຢູ​ເຄ​ຣນ ຫຼັງ​ຈາກ ສະ​ຫະ​ລັດ ຢຸດ​.ໃຫ້ການ​ຮ່ວມ​ມື

Voice of America

time07-03-2025

  • Politics
  • Voice of America

ຝ​ຣັ່ງ ແບ່ງ​ປັນ​ຂໍ້​ມູນ​ລັບ​ກັບ ຢູ​ເຄ​ຣນ ຫຼັງ​ຈາກ ສະ​ຫະ​ລັດ ຢຸດ​.ໃຫ້ການ​ຮ່ວມ​ມື

ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດຂອງ ຝ​ຣັ່ງ ທ່ານ ເຊ​ບາ​ສ​ຕຽນ ເລີ​ກອກ​ນູ ໄດ້​ກ່າວ​ໃນ​ວັນ​ພະ​ຫັດ​ມື້ນີ້​ວ່າ ຝ​ຣັ່ງ ກຳ​ລັງ​ແບ່ງ​ປັນ​ຂໍ້​ມູນ​ລັບ​ກັບ ຢູ​ເຄ​ຣນ, ເຊິ່ງ​ເປັນ​ການ​ເຄື່ອນ​ໄຫວ​ທີ່​ມີ​ຂຶ້ນ​ຫ​ລັງ​ຈາກ ສະ​ຫະ​ລັດ ເວົ້າ​ວ່າ​ ເຂົາ​ເຈົ້າ​ໄດ້​ຕັດ​ການ​ແບ່ງ​ປັນ​ຂໍ້​ມູນ​ລັບ​ກັບ ຢູ​ເຄ​ຣນ. ການ​ເຄື່ອນ​ໄຫວນັ້ນ​ ໄດ້​ເກີດ​ຂຶ້ນ​ໃນ​ຂະ​ນະ​ທີ່​ບັນ​ດາ​ຜູ້​ນຳ​ສະ​ຫະ​ພາບ​ຢູ​ໂຣບ ເຕົ້າ​ໂຮມ​ກັນຢູ່​ນະ​ຄອນຫຼວງ ບ​ຣັ​ສ​ໂຊ​ລ​ສ໌ ປະ​ເທດ ແບ​ລ​ຈຽມ ໃນ​ວັນ​ພະ​ຫັດ​ມື້ນີ້, ຄຽງ​ຂ້າງ​ປະ​ທານ​າ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ, ສຳ​ລັບ​ກອງ​ປະ​ຊຸມ​ສຸດຍອດ​ເພື່ອ​ປຶກ​ສາ​ຫາ​ລື ກ່ຽວ​ກັບ ການ​ສະ​ໜັບ​ສະ​ໜູນ​ສຳ​ລັບ ຢູ​ເຄ​ຣນ ໃນ​ການ​ຕໍ່​ສູ້​ຂອງ​ເຂົາ​ເຈົ້າ​ ເພື່ອຕ້ານການ​ບຸກ​ລຸກ​ຂອງ ຣັດ​ເຊຍ. ປະ​ທາ​ນາ​ທິ​ບໍ​ດີ ຝ​ຣັ່ງ ທ່ານ ເອັມ​ມາ​ນູ​ແອ​ລ ມາກ​ຣົງ ໄດ້​ກ່າວ​ກ່ອນ​ການ​ເຈ​ລະ​ຈາ​ວ່າ ບັນ​ດາ​ສະ​ມາ​ຊິກ​ສະ​ຫະ​ພາບ​ຢູ​ໂຣບ ຈະ 'ເອົາ​ບາດ​ກ້າວ​ທີ່​ເດັດ​ຂາດ​ໄປ​ຕໍ່​ໜ້າ,' ໃນ​ຂະ​ນະ​ດຽວ​ກັນ​ທ່ານ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ ກ່ຽວ​ກັບ ການ​ຫັນ​ປ່ຽນ​ໃນ​ການ​ສະ​ໜັບ​ສະ​ໜູນ​ຂອງ ສະ​ຫະ​ລັດ ສຳ​ລັບ ຢູ​ເຄ​ຣນ ພາຍ​ໃຕ້​ປະ​ທາ​ນາ​ທິ​ບໍ​ດີຄົນ​ໃໝ່ ​ທ່ານ ດໍ​ໂນ​ລ ທ​ຣຳ. ທ່ານ ມາກ​ຣົງ ໄດ້​ກ່າວ​ວ່າ 'ອະ​ນາ​ຄົດ​ຂອງ ຢູ​ໂຣບ ບໍ່​ຈຳ​ເປັນ​ຕ້ອງ​ຖືກ​ຕັດ​ສິນ​ໃນ ວໍ​ຊິງ​ຕັນ ຫຼື ມົສກູ.' ທ່ານ ທ​ຣຳ ໃນ​ຕົ້ນ​ອາ​ທິດນີ້ ​ໄດ້​ໃຫ້ ສະ​ຫະ​ລັດ ລະ​ງັບ​ການ​ຊ່ວຍ​ເຫຼືອ​ທາງ​ທະ​ຫານ​ຂອງ ສະ​ຫະ​ລັດ ຕໍ່​ນັກ​ລົບ​ຂອງ ຢູ​ເຄ​ຣນ ຫຼັງ​ຈາ​ການ​ພົບ​ປະ​ທີ່​ມີ​ການ​ປະ​ທະ​ຄຳ​ເວົ້າ​ກັບ​ທ່ານ ເຊ​ເລັນ​ສ​ກີ ຢູ່​ທຳ​ນຽບ​ຂາວ ​ເມື່ອ​ອາ​ທິດ​ທີ່​ຜ່ານ​ມາ. ຜູ້​ອຳ​ນວຍ​ການ​ອົງ​ການ​ສືບ​ລັບ CIA ຂອງ ສະ​ຫະ​ລັດ ທ່ານ ຈອນ ແຣດ​ຄ​ລິ​ຟ ກ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ ສະ​ຫະ​ລັດ ຍັງ​ໄດ້​ສິ້ນ​ສຸດ​ການ​ແບ່ງ​ປັນ​ຂໍ້​ມູນ​ລັບ​ກັບ ກີ​ຢິບ, ແນວ​ໃດ​ກໍ​ຕາມ​ມັນ​ອາດ​ເປັນ​ໄລ​ຍະ​ສັ້ນ ຫຼັງ​ຈາກ​ທ່ານ ເຊ​ເລັນ​ສ​ກີ ກ່າວ​ວ່າ​ການ​ຖຽງ​ກັນ​ກັບ​ທ່ານ ທ​ຣຳ ຢູ່​ຫ້ອງ​ການ​ປະ​ທາ​ນາ​ທິ​ບໍ​ດີ ເປັນ​ສິ່ງ​ທີ່ 'ໜ້າ​ເສຍ​ໃຈ' ແລະ ວ່າ​ຢູ​ເຄ​ຣນ ແມ່ນ​ພ້ອມ​ສຳ​ລັບ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ກັບ ຣັດ​ເຊຍ. ​ທ່ານ ແຣດ​ຄ​ລິ​ຟ ກ່າວ​ຕໍ່​ເຄືອ​ຂ່າຍ​ໂທ​ລະ​ພາບ Fox Business ວ່າ 'ຂ້າ​ພະ​ເຈົ້າ​ຄິດ​ວ່າ ໃນ​ດ້ານ​ການ​ທະ​ຫານ ແລະ ດ້ານ​ຂໍ້​ມູນ​ລັບ ການຢຸດ​ຊະ​ງັກ (ທີ່​ກະ​ຕຸ້ນ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ຕອບ​ສະ​ໜອງ​ນັ້ນ) ຂ້າ​ພະ​ເຈົ້າ​ຄິດ​ວ່າ​ ຈະ​ຫາຍ​ໄປ.' ທ່ານ​ກ່າວ​ວ່າ 'ຂ້າ​ພະ​ເຈົ້າ​ຄິດ​ວ່າ​ ພວກ​ເຮົາ​ຕ້ອງ​ເຮັດ​ວຽກ​ຄຽງ​ບ່າ​ຄຽງ​ໄຫຼ່​ກັບ ຢູ​ເຄ​ຣນ ໃນ​ຂະ​ນະ​ທີ່​ພວກ​ເຮົາ​ຕ້ອງ​ໄດ້​ຕ້ານ​ຢັນ​ການ​ຮຸກ​ຮານ​ຢູ່​ທີ່​ນັ້ນ, ແຕ່​ເພື່ອ​ເຮັດ​ໃຫ້​ໂລກ​ຢູ່​ໃນ​ຈຸດ​ທີ່​ດີກວ່າ​ເກົ່າ​ ເພື່ອ​ທີ່​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ທີ່​ວ່ານີ້ ​ຈະ​ດຳ​ເນີນ​ໄປ​ໜ້າ.' ອ່ານ​ຂ​່າວນີ້​ເປັນ​ພ​າ​ສາ​ອັງ​ກິດ French Defense Minister Sébastien Lecornu said Thursday that France is sharing intelligence with Ukraine, a move that followed the United States saying it was cutting off intelligence-sharing with Ukraine. The move comes as European Union leaders gathered Thursday in Brussels, along with Ukrainian President Volodymyr Zelenskyy, for a summit to discuss boosting defense spending and bolstering pledges of support for Ukraine in its battle against Russia's invasion. French President Emmanuel Macron said ahead of the talks that EU members would 'take decisive steps forward,' while he expressed concerns about shifts in U.S. supportທ່ for Ukraine under new President Donald Trump. "The future of Europe does not have to be decided in Washington or Moscow," Macron said. Trump earlier in the week ordered the U.S. to suspend military aid to Kyiv's fighters after his contentious meeting last week with Zelenskyy at the White House. CIA Director John Ratcliffe said Wednesday that the United States had also, for the moment, ended sharing its intelligence with Kyiv, although it could be short-lived after Zelenskyy said the exchanges with Trump in the Oval Office had been 'regrettable' and that Ukraine was ready for peace talks with Russia. "I think on the military front and the intelligence front, the pause [that prompted Ukraine's president to respond], I think will go away," Ratcliffe told the Fox Business Network. "I think we'll work shoulder to shoulder with Ukraine as we have to push back on the aggression that's there, but to put the world in a better place for these peace negotiations to move forward," he said.

DOWNLOAD THE APP

Get Started Now: Download the App

Ready to dive into the world of global news and events? Download our app today from your preferred app store and start exploring.
app-storeplay-store